ເວທີປາໄສ ຮ່າໂນ້ຍ ປະກອບສ່ວນປະຕິບັດເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) - ສະພາບການປັດຈຸບັນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມປອດໄພຂອງດິນຟ້າອາກາດ”; “ຜົນກະທົບຂອງມະນຸດເຖິງດິນຟ້າອາກາດ”...

ເວທີປາໄສ ຮ່າໂນ້ຍ, ເຫດການວິທະຍາສາດທີ່ມີຂອບຂະໜາດລະດັບສາກົນ ຈັດໂດຍມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ກອງທຶນການສຶກສາຂັ້ນປະລິນຍາໂທ ສ. ເກົາຫຼີ (KFAS), ຈະດຳເນີນແຕ່ວັນທີ 8-10 ພະຈິກ ທີ່ ຮ່າໂນ້ຍ. ເວທີປາໄສ ໄດ້ເຕົ້າໂຮມບັນດານັກວິທະຍາສາດ, ນັກຄົ້ນຄວ້າຂອງຫຼາຍປະເທດໃນໂລກ, ບັນດານັກການເມືອງ, ຜູ້ຕາງໜ້າບັນດາອົງການຈັດຈັ້ງສາກົນ.

ເວທີປາໄສ ຮ່າໂນ້ຍ 2018 ຈະປຶກສາຫາລືກ່ຽວກັບ 5 ຫົວຂໍ້ໃຫຍ່: “ສະພາບການປັດຈຸບັນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມປອດໄພຂອງດິນຟ້າອາກາດ”; “ຜົນກະທົບຂອງມະນຸດເຖິງດິນຟ້າອາກາດ”, “ບັນດາວິທີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”; “ນະໂຍບາຍ ແລະ ການບໍລິຫານ ກ່ຽວກັບ ການຮັບມີກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຍືນຍົງ”; “ວິທະຍາສາດ, ເຕັກໂນໂລຊີ ແລະ ການບໍາລຸງສ້າງຊັບພະຍາກອນມະນຸດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຍືນຍົງ”. ເວທີປາໄສກໍ່ຈະມີການເຈລະຈາ  2ຄັ້ງ ດ້ານນະໂຍບາຍກ່ຽວກັບ ການຄຸ້ມຄອງແຫຼ່ງຊັບພະຍາກອນທຳມະຊາດ ເຂດທົ່ງພຽງແມ່ນ້ຳຂອງ ແລະ ຫັນເປັນຕົວເມືອງ, ກໍ່ສ້າງ ແລະ ພັດທະນາເຂດທົ່ງພຽງແມ່ນ້ຳແດງ.

ຕອບກັບ

ຂ່າວ/ບົດ​ອື່ນ