ເວທີປາໄສ “ແນວຄິດ ໂຮ່ຈີມິນ ກັບວັດທະນະທຳດຳເນີນທຸລະກິດ”

(VOVWORLD) - ທີ່ເວທີປາໄສ, ມີຫຼາຍຄຳເຫັນ, ບົດປະກອບຄຳເຫັນໄດ້ສຸມໃສ່ປຶກສາຫາລື ແລະ ເຮັດແຈ້ງບາງບັນຫາ
ເວທີປາໄສ “ແນວຄິດ ໂຮ່ຈີມິນ ກັບວັດທະນະທຳດຳເນີນທຸລະກິດ” - ảnh 1(ທີ່ເວທີປາໄສ)

        ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2024), ຕອນບ່າຍວັນທີ 14 ພຶດສະພາ, ຢູ່ ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຈັດເວທີປາໄສດ້ວຍຫົວຂໍ້ “ແນວຄິດ ໂຮ່ຈີມິນ ກັບວັດທະນະທຳດຳເນີນທຸລະກິດ”.

        ທີ່ເວທີປາໄສ, ມີຫຼາຍຄຳເຫັນ, ບົດປະກອບຄຳເຫັນໄດ້ສຸມໃສ່ປຶກສາຫາລື ແລະ ເຮັດແຈ້ງບາງບັນຫາ, ຄື: ທັດສະນະຂອງປະທານ ໂຮ່ຈີມິນ ກ່ຽວກັບການຮ່ວມເດີນທາງຂອງວົງການນັກທຸກລະກິດ ກັບຊົນຊາດ, ກັບພາລະກິດການປະຕິວັດຂອງປະເທດຊາດ; ການສ້າງວັດທະນະທຳດຳເນີນທຸລະກິດ, ວັດທະນະທຳວິສາຫະກິດ; ບົດບາດຂອງວັດທະນະທຳໃນການເຄື່ອນໄຫວເສດຖະກິດ, ດຳເນີນທຸລະກິດຂອງວິສາຫະກິດ. ທ່ານ ຫງວຽນງອັກກວາງ, ປະທານສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ, ຂະແໜງອາຊີບຊົນນະບົດ ຫວຽດນາມ, ໃຫ້ຮູ້ວ່າ:

        “ບັນດານັກທຸລະກິດ, ວິສາຫະກິດ ຫວຽດນາມ ຕ້ອງສູ້ຊົນເພື່ອກາຍເປັນບັນດານັກທຸລະກິດ, ວິສາຫະກິດມີລະດັບສູງ, ມີວິໄສທັດ. ທີ 1 ແມ່ນວັດທະນະທຳດຳເນີນທຸລະກິດຊື່ຕົງ; ທີ 2 ແມ່ນສົດໃສ, ທີ 3 ແມ່ນຖືມູນເຊື້ອຂອງຊາດ. ນັ້ນກໍ່ແມ່ນເປົ້າໝາຍເຊິ່ງພວກເຮົາສູ້ຊົນເພື່ອບັນລຸໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ