ເວທີປາໄສARF23ຮັບຮອງເອົາຖະແຫຼງການກ່ຽວກັບການຮ່ວມມືລະຫວ່າງບັນດາອົງການປະຕິບັດກົດໝາຍບົນທະເລ

ເວທີປາໄສARF23ຮັບຮອງເອົາຖະແຫຼງການກ່ຽວກັບການຮ່ວມມືລະຫວ່າງບັນດາອົງການປະຕິບັດກົດໝາຍບົນທະເລ - ảnh 1
ເວທີປາໄສ ARF 23 ຮັບຮອງເອົາຖະແຫຼງການກ່ຽວກັບການຮ່ວມມື
ລະຫວ່າງບັນດາອົງການປະຕິບັດກົດໝາຍບົນທະເລ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ​ໃນ​ຂອບເຂດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ແລະ ບັນດາ​ກອງ​ປະຊຸມປີ່​ນອ້ອມ, ​ໃນ​ຕອນ​ບ່າຍ​ວັນ​ທີ 26/07, ຢູ່​ຫໍ​ປະຊຸມ​ແຫ່ງ​ຊາດ ລາວ, ​ໄດ້​ດຳ​ເນີນ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ (ARF) ຄັ້ງ​ທີ 23. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີການ​ຕ່າງປະ​ເທດ ຟ້າ​ມບີ​ງມີ​ງ ນຳ​ໜ້າ​ຄະນະ​ຜູ້​ແທນເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ. ທີ່​ເວທີ​ປາ​ໄສ, ບັນດາ​ລັດຖະມົນຕີ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ ARF ​ແມ່ນ​ເວທີ​ປາ​ໄສ​ເຈລະຈາ​ກ່ຽວ​ກັບ​ບັນດາ​ບັນຫາ​ດ້ານ​ການ​ເມືອງ - ​ຄວາມ​ໝັ້ນຄົງ​ທີ່​ຂຶ້ນ​ກັບ​ຄວາມ​ສົນ​ໃຈ ​ແລະ ຜົນ​ປະ​ໂຫຍ​ດລວມຢູ່ ອາຊີ ​ແລະ ປາຊີ​ຟິກ, ຊຸກຍູ້​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ຮ່ວມ​ມື​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ. ບັນດາ​ລັດຖະມົນຕີ​ຮັບ​ຮູ້​ບັນດາ​ໝາກຜົນ​ແຫ່ງ​ການ​ຜັນ​ຂະຫຍາຍ​​ແຜນ​ການດຳ​ເນີນ​ງານ​ປະຕິ​ບັດ​ຖະ​ແຫຼ​ງການ​ວິ​ໄສ​ທັດ ARF. ກອງ​ປະຊຸມ ​ໄດ້​ຮັບຮອງ​ເອົາ​ບາງ​ຖະ​ແຫຼ​ງການ​ຂອງ​ບັນດາ​ລັດຖະມົນຕີ ARF, ​ໃນ​ນັ້ນ ສິ່ງ​ເປັນ​ໜ້າ​ສົນ​ໃຈ​ທີ່​ສຸດ ​ແມ່ນ​ຖະ​ແຫຼ​ງການ​ກ່ຽວ​ກັບ​ເລື່ອງ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ປະຕິບັດ​ກົດໝາຍ​​ທະ​ເລ​ຕາມຄຳ​ສະ​ເໜີ​ຂອງ ຫວຽດນາມ ກອງ​ປະຊຸມ​ໄດ້​ຮັບຮອງ​​ເອົາ​ບັນຊີ​ລາຍ​ຊື່​ການ​ເຄື່ອນ​ໄຫວ​ໃຫ້​ໄລຍະກາງ​ປີ 2016 – 2017, ​ໃນ​ນັ້ນ ຫວຽດນາມ ຈະ​ເປັນ​ປະທານ​ຮ່ວມ​ກຸ່ມ​ໜູນ​ຊ່ວຍ​ກາງ​ສະ​ໄໝ ARF ກ່ຽວ​ກັບ​ຄວາມໝັ້ນຄົງ ​ໃນ​ການ​ເດີນ​ທະ​ເລ​ກັບ ອົດ​ສະ​ຕາ​ລີ ​ແລະ ສະຫະພາບ ​ເອີ​ລົບ ​ໃນ​ອາຍຸ​ການ 2017 – 2020. ກ່ຽວ​ກັບ​ກຳນົດ​ທິດ​ໃນ​ອະນາຄົດ, ບັນດາ​ລັດຖະມົນຕີ​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຄືນ​ໃໝ່​ວ່າ: ຈະສືບ​ຕໍ່​ຊຸກຍູ້​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ, ພ້ອມ​ທັງ​ພັດທະນາ​ບັນດາ​ມາດ​ຕະການ​ຕ່າງປະ​ເທດທີ່ສະກັດ​ກັ້ນ​ໃຫ້​ເໝາະ​ສົມ​ກັບ​ບັນດາ​ຄວາມ​​ຕ້ອງການ​ຂອງ​ພາກ​ພື້ນ; ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ຖະ​ແຫຼ​ງການ​ ຮ່າ​ໂນ້ຍ ປະຕິບັດ​ຖະ​ແຫຼ​ງການ​ວິ​ໄສ​ທັດ ARF ​ເພື່ອ​ກຳນົດ​ທິດ ARF ​ແມ່ນ​ເວທີ​ປາ​ໄສ​ຢ່າງແທ້​ຈິງ ​ແລະ ມີ​ລັກສະນະ​ການກະທຳ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງຄົບ​ຊຸດ ​ແລະ ລັກ​ສະ​ນະໜູນ​ຊ່ວຍ​ກັນລະຫວ່າງ ARF ກັບ​ບັນ​ດາ​ກົນ​ໄກ​ອື່ນ​ໆ ​ໂດຍ ອາ​ຊຽນ ນຳ​ໜ້າ.

 

ຂ່າວ/ບົດ​ອື່ນ