ເວ​ທີ​ປາ​ໄສກົດໝາຍ ອາ​ຊຽນ 2020 - ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ

(VOVWORLD) -   ຕອນເຊົ້າວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງຍຸຕິທຳຫວຽດນາມ ໄດ້ສົມທົບກັບບັນດາປະເທດ ອາຊຽນ ແລະ ຄະນະເລຂາ ອາຊຽນ ຈັດຕັ້ງເວທີປາໄສກົດໝາຍ ອາຊຽນ 2020, ດ້ວຍຫົວຂໍ້ “ແບ່ງປັນປະສົບການບົດຮຽນຂອງ ອາຊຽນ ໃນການຍົກສູງປະສິດທິຜົນການຈັດຕັ້ງປະຕິບັດກົດໝາຍ ແລະ ປະຕິບັດຄຳຕັດສິນຂອງສານ”. 
ເວ​ທີ​ປາ​ໄສກົດໝາຍ ອາ​ຊຽນ 2020 - ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ - ảnh 1 ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: baoquocte.vn)

 ເວທີປາໄສ ດັ່ງກ່າວ ແມ່ນໜຶ່ງໃນບັນດາການເຄື່ອນໄຫວໃນລະບົບບັນດາເຫດການຂອງປີ ປະທານ ອາຊຽນ 2020 ຂອງ ຫວຽດນາມ ເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ປະສົບການ ເພື່ອເພີ່ມທະວີຄວາມເຂົ້າໃຈລະຫວ່າງບັນດາປະເທດ ອາຊຽນ ກ່ຽວກັບລະບອບລະບຽບການ, ຮູບແບບການຈັດຕັ້ງການປະຕິບັດກົດໝາຍ ແລະ ປະຕິບັດຄຳຕັດສິນຂອງສານຂອງແຕ່ລະປະເທດ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳລະຫວ່າງບັນດາປະເທດ ອາຊຽນ. ທີ່ເວທີປາໄສ, ຜູ້ຕາງໜ້າຂອງ 10 ປະເທດສະມາຊິກ ອາຊຽນ ໄດ້ນໍາສະເໜີບັນດາບົດປະກອບຄຳເຫັນກ່ຽວກັບປະສົບການຂອງແຕ່ລະປະເທດທີ່ກ່ຽວຂ້ອງເຖິງຂອບເຂດນະໂບຍາຍ, ກົດໝາຍທີ່ກ່ຽວຂ້ອງເຖິງການຈັດຕັ້ງປະຕິບັດກົດໝາຍ, ປະຕິບັດຄຳຕັດສິນຂອງສານແພ່ງ; ຮູບແບບ, ພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດກົດໝາຍ, ຮູບແບບລະບົບການປະຕິບັດຄຳຕັດສິນຂອງສານແພ່ງ.  


ຕອບກັບ

ຂ່າວ/ບົດ​ອື່ນ