ເວ​ທີ​ປາ​ໄສກອງ​ທຶນ​ລົງ​ທຶນ​ Startup ປະ​ດິດ​ຄິດ​ສ້າງ ຫວຽດ​ນາມ 2019

(VOVWORLD) -  ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມໄດ້ຈັດຕັ້ງເວທີປາໄສກອງທຶນລົງທຶນ startup ປະດິດຄິດສ້າງ ຫວຽດນາມ 2019 ໂດຍເປັນຄັ້ງທຳອິດທີ່ ຫວຽດນາມ ໄດ້ຈັດຕັ້ງເຫດການສະເພາະໃຫ້ແກ່ບັນດານັກລົງທຶນ startup ປະດິດຄິດສ້າງ, ການລົງທຶນທີ່ມີຄວາມສ່ຽງ.

ເວ​ທີ​ປາ​ໄສກອງ​ທຶນ​ລົງ​ທຶນ​ Startup ປະ​ດິດ​ຄິດ​ສ້າງ ຫວຽດ​ນາມ 2019 - ảnh 1

                              ທ່ານ ຫງວຽນຈິຢູງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ 

 ເວທີປາໄວກອງທຶນລົງທຶນ startup ປະດິດຄິດສ້າງ ຫວຽດນາມ ມີການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກບັນດາອົງການ, ຄະນະ, ຂະແໜງການ, ບັນດານັກຊ່ຽວຊານເສດຖະກິດ, ພິເສດແມ່ນການມີໜ້າຂອງກອງທຶນການລົງທຶນທີ່ມີຄວາມສ່ຽງຈາກຕ່າງປະເທດ ກ່ວາ 100 ແຫ່ງມາຊອກຫາໂອກາດເຊື່ອມຕໍ່ກັບບັນດາ startup ພາຍໃນປະເທດ. ຢູ່ທີ່ນີ້, ບັນດາຜູ້ແທນໄດ້ຕີລາຄາສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ, ໃນນັ້ນມີລະບົບຊີວະພາບ startup ປ່ຽນແປງໃໝ່ປະດິດຄິດສ້າງຢູ່ ຫວຽດນາມທີ່ມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງ. ທ່ານ ຫງວຽນຈິຢູງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ:

        “ດ້ວຍແຫຼ່ງຊັບພະຍາກອນມະນຸດດ້ານເຕັກໂນໂລຢີຢ່າງຫຼວງຫຼາຍ, ເປັນຕະຫຼາດທີ່ມີຄວາມຂະຫຍັນຂັນເຄື່ອນ, ປະຊາຄົມວິສາຫະກິດ startupປະດິດຄິດສ້າງ ຫວຽດນາມ ພວມໄດ້ຮັບການພັດທະນາຢ່າງແຮງນັບທັງທາງດ້ານປະລິມານ ແລະ ຄຸນນະພາບບືນຕົວອອກໄປສູ່ພາກພື້ນ ແລະ ໂລກ. ການປ່ຽນແປງໃໝ່ປະດິດຄິດສ້າງໃຫ້ຕິດພັນກັບການເຕີບໂຕ ແລະ ພັດທະນາຂອງ ຫວຽດນາມຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນ, ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ຍັງບໍ່ທັນໄດ້ຂຸດຄົ້ນເທື່ອ. ກອງປະຊຸມແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອແນໃສ່ດຶງດູດແຫຼ່ງເງິນລົງທຶນ. ນີ້ແມ່ນສ່ວນໜຶ່ງຂອງຍຸດທະສາດເພື່ອແນໃສ່ນຳລະບົບຊີວະພາບແຫ່ງການປ່ຽນແປງໃໝ່ຂອງຫວຽດນາມໃຫ້ຂຶ້ນສູ່ລະດັບສູງໃໝ່”

ຕອບກັບ

ຂ່າວ/ບົດ​ອື່ນ