ເວທີປາໄສການຄ້າ ແລະ ການລົງທຶນ ຫວຽດນາມ - ກຳປູເຈຍ ປີ 2017

(VOVWORLD) - ຄາດວ່າ, ວົງເງິນການຄ້າ 2 ຝ່າຍ ຫວຽດນາມ, ກຳປູເຈຍ ໃນປີ 2017 ຈະບັນລຸປະມານ 3,5 ຕື້ USD. ປະຈຸບັນ, ຫວຽດນາມ ມີປະມານ 196 ໂຄງການລົງທຶນຢູ່ ກຳປູເຈຍ
ເວທີປາໄສການຄ້າ ແລະ ການລົງທຶນ ຫວຽດນາມ - ກຳປູເຈຍ ປີ 2017 - ảnh 1 ເວທີປາໄສຈັດຕັ້ງໃນວັນທີ 20 ພະຈິກ

ເວທີປາໄສ ການຄ້າ ແລະ ການລົງທຶນ ຫວຽດນາມ - ກຳປູເຈຍ ປີ 2017 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 20 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ. ທີ່ເວທີປາໄສ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ, ບັນດາວິສາຫະກິດ 2 ປະເທດໄດ້ແລກປ່ຽນຂໍ້ມູນຂ່າວສານ, ສະພາບການ ແລະ ຂໍ້ສະເໜີແນະ ກ່ຽວຂ້ອງເຖິງຂົງເຂດລົງທຶນຂອງ 2 ປະເທດ. ຄາດວ່າ, ວົງເງິນການຄ້າ 2 ຝ່າຍ ຫວຽດນາມ, ກຳປູເຈຍ ໃນປີ 2017 ຈະບັນລຸປະມານ 3,5 ຕື້ USD. ປະຈຸບັນ, ຫວຽດນາມ ມີປະມານ 196 ໂຄງການລົງທຶນຢູ່ ກຳປູເຈຍ, ດ້ວຍຍອດທຶນຈົດທະບຽນແມ່ນ 2,94 ຕື້ USD, ນອນໃນຈຳນວນ 5 ປະເທດມີເງິນລົງທຶນໂດຍກົງຈາກຕ່າງປະເທດຫຼາຍທີ່ສຸດຢູ່ ກຳປູເຈຍ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນຈາກຕ່ວານ, ອູປະທູດຊົ່ວຄາວ ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ໃຫ້ຮູ້ວ່າ, ປີນີ້ ແມ່ນຄົບຮອບ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ນັບແຕ່ຕົ້ນປີມາຮອດປະຈຸບັນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ 2 ປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນຈັດຕັ້ງຫຼາຍການເຄື່ອນໄຫວສຳຄັນໃນທຸກໆຂົງເຂດ ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ, ພົວພັນແລກປ່ຽນປະຊາຊົນບັນລຸຜົນສຳເລັດ… ປະກອບສ່ວນນຳການພົວພັນມິດຕະພາບ, ທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ ສືບຕໍ່ພັດທະນາ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ