ເວທີປາໄສການທ່ອງທ່ຽວ ອາຊຽນ ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຂະແໜງການທ່ອງທ່ຽວຫວຽດນາມ

(VOVWORLD) -ເວທີປາໄສຄັ້ງນີ້ ສືບຕໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມຢັ້ງຢືນ ແລະ ຍົກສູງທີ່ຕັ້ງ, ບົດບາດຂອງການຮ່ວມມືໃນຂະແໜງການທ່ອງທ່ຽວໃນພາກພື້ນ

ວັນທີ 1 ພະຈິກ, ກົມໃຫຍ່ການທ່ອງທ່ຽວຫວຽດນາມ ແຈ້ງໃຫ້ຊາບວ່າ ເວທີປາໄສການທ່ອງທ່ຽວ ອາຊຽນ (ATF) 2019  ຢູ່ຫວຽດນາມ ດ້ວຍຫົວຂໍ້ວ່າ “ອາຊຽນ - ກໍາລັງແຮງຂອງຄວາມເປັນເອກະພາບ” ຈະຖືກຈັດຂຶ້ນຢູ່ນະຄອນ ຮ້າລອງ, ແຂວງກວາງນິງ ແຕ່ວັນທີ 14 – 18 ມັງກອນ ປີ 2019. ນີ້ແມ່ນຄັ້ງທີສອງ ທີ່ເວທີປາໄສການທ່ອງທ່ຽວ ອາຊຽນ ຖືກຈັດຂຶ້ນຢູ່ຫວຽດນາມ. ເວທີປາໄສຄັ້ງນີ້ ສືບຕໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມຢັ້ງຢືນ ແລະ ຍົກສູງທີ່ຕັ້ງ, ບົດບາດຂອງການຮ່ວມມືໃນຂະແໜງການທ່ອງທ່ຽວໃນພາກພື້ນ; ໂຄສະນາເຜີຍແຜ່ພາບພົດຂອງປະເທດຊາດ, ສະຖານທີ່ທ່ອງທ່ຽວ ແລະ ຊາວຫວຽດນາມເຖິງເພື່ອມມິດສາກົນ ເຊິ່ງລວມມີບັນດາການເຄື່ອນໄຫວຕົ້ນຕໍຄື: ກອງປະຊຸມລັດຖະມົນຕີຮັບຜິດຊອບການທ່ອງທ່ຽວ ອາຊຽນ; ກອງປະຊຸມລັດຖະມົນຕີ ຮັບຜິດຊອບການທ່ອງທ່ຽວ ອາຊຽນ ກັບບັນດາປະເທດຄູ່ຮ່ວມມືຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ ແລະ ອື່ນໆ.


ຕອບກັບ

ຂ່າວ/ບົດ​ອື່ນ