ເວທີປາໄສກາລະໂອກາດພັດທະນາຂະແໜງການບໍລິການດຳເນີນທຸລະກິດສະຫງວນໃຫ້ຜູ້ອາຍຸສູງຢູ່ ຫວຽດນາມ

(VOVWORLD) - ທີ່ເວທີປາໄສ, ບັນດາວິສາຫະກິດໄດ້ປຶກສາຫາລືກ່ຽວກັບສະພາບການຕົວຈິງຂອງຂະແໜງການບໍລິການເບິ່ງແຍງດູແລສຸຂະພາບໃຫ້ແກ່ຜູ້ອາຍຸສູງ

ວັນທີ 11 ພະຈິກ, ມີຜູ້ຕາງໜ້າທີ່ມາຈາກວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ ກວ່າ 100 ຄົນ ໄດ້ເຂົ້າຮ່ວມເວທີປາໄສແບບທາງໄກ “ກາລະໂອກາດພັດທະນາຂະແໜງການບໍລິການດຳເນີນທຸລະກິດສະຫງວນໃຫ້ຜູ້ອາຍຸສູງຢູ່ ຫວຽດນາມ”. ເວທີປາໄສນອນໃນການເຄື່ອນໄຫວແຊກແຊງໂດຍລັດຖະບານ ຍີ່ປຸ່ນ ອຸປະຖຳຜ່ານໂຄງການທີ່ມີຊື່ວ່າ “ຫຼຸດຜ່ອນຜົນກະທົບຫຍໍ້ທໍ້ຂອງໂລກລະບາດໂຄວິດ-19 ຕໍ່ກຸ່ມຊຸມຊົນທີ່ມີຖືກຄວາມສ່ຽງສູງ - ຮັບປະກັນຄວາມຄືບໜ້າຂອງປະເທດໃນເລື່ອງບັນລຸບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ ຫວຽດນາມ”, ເພື່ອແນໃສ່ຊຸກຍູ້ການເຂົ້າຮ່ວມຂອງພາກເອກະຊົນໃນການພັດທະນາຂະແໜງການບໍລິການທີ່ສະຫງວນໃຫ້ຜູ້ອາຍຸສູງຢູ່ ຫວຽດນາມ.

        ທີ່ເວທີປາໄສ, ບັນດາວິສາຫະກິດໄດ້ປຶກສາຫາລືກ່ຽວກັບສະພາບການຕົວຈິງຂອງຂະແໜງການບໍລິການເບິ່ງແຍງດູແລສຸຂະພາບໃຫ້ແກ່ຜູ້ອາຍຸສູງ; ຄວາມຕ້ອງການກ່ຽວກັບການເບິ່ງແຍງດູແລສຸຂະພາບ ກໍຄືຄວາມສາມາດບົ່ມຊ້ອນພັດທະນາຂອງຕະຫຼາດນີ້ ໃນສະພາບການໂລກລະບາດໂຄວິດ-19 ແລະ  ຫວຽດນາມ ຫັນໄປສູ່ສະພາບເປັນປົກກະຕິໃໝ່. ເວທີປາໄສໄດ້ຍົກອອກຂໍ້ສະເໜີແນະກ່ຽວກັບບາດກ້າວຕໍ່ໆໄປ ແນໃສ່ຮັບປະກັນວ່າ ຜູ້ອາຍຸສູງຕ້ອງໄດ້ຮັບບຸລິມະສິດໃນຄວາມມານະພະຍາຍາມຜ່ານຜ່າໂລກລະບາດໂຄວິດ-19 ຂອງ ຫວຽດນາມ ແລະ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ ໃນການເຄື່ອນໄຫວຮັບມືດ້ານມະນຸດສະທຳ ກໍຄືໃນຄວາມມານະພະຍາຍາມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ