ເວ​ທີ​ປາ​ໄສ​ກ່ຽວ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໄທ ໃນ​ຍຸກ​ສະ​ໄໝ​ລັດ​ຖະ​ບານ​ພົນ​ລະ​ເຮືອນ​ໃໝ່

(VOVWORLD) -ວັນທີ 5 ສິງຫາ, ກຸ່ມບໍລິສັດ Bangkok Post ໄດ້ຈັດເວທີປາໄສ Bangkok Post ປີ 2019 ດ້ວຍຫົວຂໍ້ “ເສັ້ນທາງໄປສູ່ຜົນສຳເລັດ: ພ້ອມກັນປຶກສາຫາລືກັບບັນດາທ່ານລັດຖະມົນຕີໄທ ຄົນໃໝ່” ຢູ່ສູນກອງປະຊຸມທີ່ນະຄອນຫຼວງບາງກອກ.
ເວ​ທີ​ປາ​ໄສ​ກ່ຽວ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໄທ ໃນ​ຍຸກ​ສະ​ໄໝ​ລັດ​ຖະ​ບານ​ພົນ​ລະ​ເຮືອນ​ໃໝ່ - ảnh 1

(ພາບປະກອບ: Bangkok Post)

     ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ອຸດຕະມະ ສາວະນນຳຍົນ ລັດຖະມົນຕີກະຊວງການເງິນໄທ ໃຫ້ຮູ້ວ່າ: ຕ້ອງສ້າງໂຄງປະກອບບັນດານະໂຍບາຍເສດຖະກິດທີ່ຈຳເປັນຄືນໃໝ່ຢ່າງທັນການ ຊື່ງຈະໄດ້ຮັບການປະຕິບັດປະຕິບັດໃນ 3 ເດືອນທຳອິດຂອງລັດຖະບານໃໝ່, ໃນນັ້ນລວມມີບັນດານະໂຍບາຍກ່ຽວກັບລາຍຮັບ. ໃນສະພາບການປະຈຸບັນ, ໄທ ພວມມີຄວາມຮຽກຮ້ອງຕ້ອງຍົກສູງຄວາມສາມາດແກ້ງແຍ້ງດ້ານການຄ້າ. ລັດຖະບານໄທ ຈະເປີດກ້ວາງກອງທຶນອະນາຄົດໄທ ເພື່ອສະໜອງການໜູນຊ່ວຍດ້ານການເງິນຢ່າງຕໍ່ເນື່ອງໃຫ້ແກ່ພື້ນຖານເສດຖະກິດ. ລັດຖະບານກໍ່ຈະໜູນຊ່ວຍດ້ານການເງິນ ເພື່ອຕອບສະໜອງຄວາມຕ້ອງການດ້ານ ຜົນປະໂຫຍດສະຫວັດດີການສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ