ເວທີປາໄສຂັ້ນສູງກ່ຽວກັບການທ່ອງທ່ຽວຫວຽດນາມ 2018

(VOVWORLD) - ປີ 2017, ຂະແໜງການທ່ອງທ່ຽວ ໄດ້ປະກອບສ່ວນໂດຍກົງເຂົ້າໃນ GDP ແມ່ນ 7,9% ແລະ ຄາດວ່າ ຮອດປີ 2020 ແມ່ນກວ່າ  10%
ເວທີປາໄສຂັ້ນສູງກ່ຽວກັບການທ່ອງທ່ຽວຫວຽດນາມ 2018 - ảnh 1 ເວທີປາໄສຂັ້ນສູງກ່ຽວກັບການທ່ອງທ່ຽວຫວຽດນາມ 2018 (ພາບ: baovanhoa.vn)

ເວທີປາໄສເຈລະຈາລະຫວ່າງພາກລັດ ແລະ ເອກະຊົນແຫ່ງຊາດຄັ້ງທໍາອິດ ຖືກຈັດຂຶ້ນ ໃຫ້ແກ່ ຂະແໜງທ່ອງທ່ຽວ. ເວທີປາໄສດັ່ງກ່າວ ໄດ້ເຕົ້າໂຮມນັກຊ່ຽວຊານ ນັບກວ່າພັນຄົນ ບັນດາສໍານັກງານ, ອົງການຈັດຕັ້ງສາກົນທີ່ມີອິດທິພົນຊື່ສຽງ, ບັນດາວິສາຫະກິດແຖວໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອແລກປ່ຽນ, ແບ່ງປັນບັນດາມາດຕະການພັດທະນາການທ່ອງທ່ຽວ. ເຂົ້າຮ່ວມ ແລະ ກ່າວຄໍາເຫັນວາລະປະຊຸມຄົບຄະນະພັດທະນາການທ່ອງທ່ຽວ ຫວຽດນາມ ມີຄຸນນະພາບ, ຍືນຍົງ, ວິໄສທັດ 2030 ໄດ້ດໍາເນີນໃນຕອນເຊົ້າວັນທີ 6 ທັນວາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ລັດຖະບານໄດ້ປຸກລະດົມ ແລະ ສົ່ງເສີມບັນດາວິສາຫະກິດ Start up, ໂດຍສະເພາະແມ່ນ Start up ຢ່າງມີຫົວຄິດປະດິດ ສ້າງໃນຂົງເຂດທ່ອງທ່ຽວ.

        ປີ 2017, ຂະແໜງການທ່ອງທ່ຽວ ໄດ້ປະກອບສ່ວນໂດຍກົງເຂົ້າໃນ GDP ແມ່ນ 7,9% ແລະ ຄາດວ່າ ຮອດປີ 2020 ແມ່ນກວ່າ  10%. ຫວຽດນາມຢືນອັນດັບທີ 6 ໃນຈໍານວນ 10 ປະເທດ ບັນລຸລະດັບເຕີບໂຕແຂກທ່ອງທ່ຽວແຖວໜ້າຂອງໂລກໃນປີ 2017.  ປີ 2018: ຫວຽດນາມເປັນກຽດໄດ້ຮັບລາງວັນ “ສະຖານທີ່ທ່ອງທ່ຽວແຖວໜ້າຂອງອາຊີ”.

        ກ່າວຄໍາເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າຈະຄົ້ນຄວ້າ ການຮັບເອົາບັນດາຄໍາເຫັນປະກອບຂອງບັນດາຜູ້ແທນ ກ່ຽວກັບບາງມາດຕະການ: ສ້າງຄວາມສະດວກກ່ຽວກັບລະບຽບການ ເຂົ້າເມືອງໃຫ້ແກ່ແຂກທ່ອງທ່ຽວສາກົນ ທີ່ມາທ່ຽວຢູ່ ຫວຽດນາມ, ສືບຕໍ່ປັບປຸງການບໍລິການອອກ ວິຊາ ເອເລັກໂຕນິກໃຫ້ສົມບູນແບບ. ຜັນຂະຫຍາຍກອງທຶນໜູນຊ່ວຍພັດທະນາການທ່ອງທ່ຽວຕາມທິດຊຸກຍູ້ການຮ່ວມມືລະຫວ່າງພາກລັດ - ເອກະຊົນ; ອະນຸຍາດໃຫ້ລົງທຶນເຂົ້າບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວຢູ່ບັນດາຕະຫຼາດຈຸດສຸມຢ່າງແຮງກວ່າອີກ.


ຕອບກັບ

ຂ່າວ/ບົດ​ອື່ນ