ເວທີປາໄສຂັ້ນສູງກ່ຽວກັບຕົວເມືອງອັດສະລິຍະ ອາຊຽນ 2020

(VOVWORLD) -  ຕອນເຊົ້າວັນທີ 22 ຕຸລາ, ທີ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງພັກ ແລະ ກະຊວງກໍ່ສ້າງ ຫວຽດນາມ ໄດ້ເປັນປະທານຮ່ວມຈັດຕັ້ງເວທີປາໄສຂັ້ນສູງກ່ຽວກັບຕົວເມືອງອັດສະລິຍະ ອາຊຽນ 2020 (ASEAN Smart Cities Summit & Expo 2020).
ເວທີປາໄສຂັ້ນສູງກ່ຽວກັບຕົວເມືອງອັດສະລິຍະ ອາຊຽນ 2020 - ảnh 1ພາບ: baoxaydung.com.vn

        ເວທີປາໄສເພືຶຶ່ອແນໃສ່ຊຸກຍູ້ການແບ່ງປັນຂໍ້ລິເລີ່ມ, ບົດຮຽນ ແລະ ການຮ່ວມມືລະຫວ່າງບັນດາຕົວເມືອງຂອງ ຫວຽດນາມ ກັບເຄືອຂ່າຍຕົວເມືອງໃນພາກພື້ນ ອາຊຽນ. ເວທີປາໄສລວມມີ 1 ກອງປະຊຸມຄົບຄະນະ ແລະ 5 ກອງປະຊຸມສຳມະນາທີ່ມີຫົວຂໍ້ສຸມໃສ່ເຂົ້າໃນບັນດາຂົງເຂດຫຼັກແຫຼ່ງໃນການກໍ່ສ້າງຕົວເມືອງອັດສະລິຍະຄື: ວາງແຜນຜັງ ແລະ ຄຸ້ມຄອງຕົວເມືອງອັດສະລິຍະ; ພັດທະນາພື້ນຖານໂຄງລ່າງດີຈີຕອນ ແລະ ເຕັກໂນໂລຊີດີຈີຕອນ ເພື່ອເປັນພື້ນຖານໃຫ້ແກ່ຕົວເມືອງອັດສະລິຍະ; ຄົມມະນາຄົມອັດສະລິຍະ; ພະລັງງານອັດສະລິຍະ; ການບໍລິການອັດສະລິຍະ; ງານວາງສະແດງບັນດາຮູບແບບ, ເຕັກໂນໂລຊີດີເດັ່ນໃຫ້ແກ່ຕົວເມືອງອັດສະລິຍະ ດ້ວຍການເຂົ້າຮ່ວມຂອງບັນດາທ້ອງຖິ່ນ ແລະ ວິສາຫະກິດຢູ່ພາຍໃນປະເທດ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ