ເວ​ທີ​ປາ​ໄສ​ຂັ້ນສູງ​ນັດ​ສາ​ມັນ​ປີ 2023

(VOVWORLD) - ໃນຂອບເຂດວາລະປະຊຸມຄົບຄະນະ, ໄດ້ດຳເນີນເວທີປາໄສໂອ້ລົມສົນທະນາລະດັບສູງດ້ວຍການເຂົ້າຮ່ວມແລກປ່ຽນ, ປຶກສາຫາລືຂອງການນຳບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ.
ເວ​ທີ​ປາ​ໄສ​ຂັ້ນສູງ​ນັດ​ສາ​ມັນ​ປີ 2023 - ảnh 1ເວທີປາໄສຂັ້ນສູງນັດສາມັນປີ ຄັ້ງທີ 3 ກ່ຽວກັບອຸດສາຫະກຳ 4.0 (ພາບ: baochinhphu.vn)

ເວທີປາໄສຂັ້ນສູງນັດສາມັນປີ 2023 ໄດ້ດຳເນີນໃນວັນທີ 14 ມິຖຸນາ ຢູ່ຮ່າໂນ້ຍ. ນີ້ແມ່ນແຫຼ່ງຂ່າວໂດຍຄະນະເສດຖະກິດສູນກາງປະກາດໃນວັນທີ 12 ມິຖຸນາ. ວາລາປະຊຸມຄົບຄະນະ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານ, ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍວັນທີ 14 ມິຖຸນາ. ກອງປະຊຸມສຳມະນາຫົວເລື່ອງສະເພາະ 4 ຄັ້ງໂດຍ ການນຳບັນດາຄະນະ, ກະຊວງ, ຂະແໜງການສູນກາງ ເປັນປະທານຮ່ວມຈັດຂຶ້ນໃນຕອນເຊົ້າວັນດຽວກັນ.

ວາລະປະຊຸມຄົບຄະນະ, ດ້ວຍຫົວຂໍ້ “ຊຸກຍູ້ການຫັນເປັນດີຈີຕອນ, ຫັນເປັນສີຂຽວ ສ້າງບາດກ້າວບຸກທະລຸຫຼຸດເວລາປະຕິບັດວິວັດຂະບວນການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045”, ໄດ້ສຸມໃສ່4 ບົດລາຍງານຫຼັກ ລວມມີ: ຮ່າງເອກະສານບັນດາເນື້ອໃນຫຼັກຂອງໂຄງການເຄື່ອນໄຫວຂອງລັດຖະບານປະຕິບັດມະຕິວ່າດ້ວຍ ການ ສືບຕໍ່ຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045”,  ຊຸກຍູ້ການຫັນເປັນດີຈີຕອນກາຍເປັນແບບວິທີການໃໝ່ທີ່ມີລັກສະນະບຸກທະລຸເພື່ອ ຫຼຸດເວລາວິວັດຂະບວນການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝຢູ່ ຫວຽດນາມ, ການຫັນເປັນສີຂຽວ ແລະ Digital twil ຢູ່ເອີລົບ ແລະ ຫວຽດນາມ…

ໃນຂອບເຂດວາລະປະຊຸມຄົບຄະນະ, ໄດ້ດຳເນີນເວທີປາໄສໂອ້ລົມສົນທະນາລະດັບສູງດ້ວຍການເຂົ້າຮ່ວມແລກປ່ຽນ, ປຶກສາຫາລືຂອງການນຳບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ, ວິສາຫະກິດພ້ອມກັບບັນດານັກຊ່ຽວຊານທີ່ຢູ່ພາຍໃນປະເທດ ແລະສາກົນ ໄດ້ສຸມໃສ່ເຂົ້າບັນດາກຸ່ມເນື້ອໃນໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ