ເວທີປາໄສຂັ້ນສູງເຕັກໂນໂລຊີຂໍ້ມູນຂ່າວສານ,ສືານ ຫວຽດນາມ 2012

ເວທີປາໄສຂັ້ນສູງເຕັກໂນໂລຊີຂໍ້ມູນຂ່າວສານ,ສືານ ຫວຽດນາມ 2012 - ảnh 1
ວທີ​ປາ​ໄສ​ຂັ້ນ​ສູງ​​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ - ສື່ສານ​ຫວຽດນາມ 2012
( ພາບ: tienphong.vn )


( vovworld ) -   ​ເວທີ​ປາ​ໄສ​ຂັ້ນ​ສູງ​​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ - ສື່ສານ​ຫວຽດນາມ 2012 ທີ່​ມີ​ຫົວ​ຂໍ້​ວ່າ “ ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ - ພື້ນຖານ​ໂຄງ​ລ່າງ​ແຫ່ງ​ຊາດ ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/6 ຢູ່​ຮ່າ​ໂນ້ຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນຫວຽດນາມ ​ແລະ ຕ່າງປະ​ເທດ 500 ທ່ານ. ​ເວທີ​ປາ​ໄສ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຍຸດ​ທະ​ສາດ​ຂອງ​ບັນດາ​ມາດ​ຕະການ​ເພື່ອ​ຫັນ​ລະບົບ​ພື້ນຖານ​ໂຄງ​ລ່າງ​ເປັນ​ທັນ​ສະ​ໄໝຕາມທ່າ​ອຽງຂອງ​ໂລກ ​ແມ່ນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ກ້າວໜ້າ​ໂດຍ​ອີ່​ງ​ໃສ່​ພື້ນຖານ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຂໍ້​ມູນ​ຂ່າວສານ - ​ສື່ສານ​.

        ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan, ຫົວໜ້າ​ຄະນະ​ຊີ້​ນຳ​ວຽກ​ງານເຕັກ​ໂນ​ໂລ​ຂໍ້​ມູນ​ຂ່າວສານ​ແຫ່ງ​ຊາດ, ຢືນຢັນວ່າ ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ - ​ສື່ສານ​ນັບ​ມື້​ນັບ​ຢືນຢັນ​ແມ່ນ​ຂະ​ແໜງ​ປາຍ​ແຫຼມ​ຂອງ​ປະ​ເທດ​ຊາດ, ​ແມ່ນ​ພື້ນຖານ​ສຳຄັນ​ໃນ​ວິວັດທະນາ​ການ​ຫັນປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສາ​ໄໝ​. ​ເພື່ອ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ ​ແລະ ​ສື່ສານ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ຢ່າງ​ມີ​ປະສິ​ດທິຜົນ​ກວ່າ​ອີກ, ທ່ານ​ຮອງ​ນາຍົກ​ລັກ​ຖະມົນຕີ Nguyen Thien Nhan ​ໄດ້​ເນັ້ນ​ໜັກ​ວ່າ.

        “ ກ່ອນ​ອື່ນ​ໝົດ​ພວກ​ເຮົາ​ສ້າງ​ຫຼັກ​ສຸດການ​ບຳລຸງ​ສ້າງ​ເທື່ອ​ລະ​ກ້າວ, ສ້າງ​ຖັນ​ແຖວພະ​ນັກ​ງານ​ຄຸ້ມ​ຄອງ​ເຕັກ​ໂນ​ໂລ​ຊີ​ຂ້ໍ​ມູນ​ຂ່າວສານ​​ໃຫ້​ບັນລຸ​ມາດຕະຖານ. ຕ້ອງ​ຄົ້ນຄວ້າ, ກຳ​ນົດ, ​ແຕ່ລະ​ຂະ​ແໜງການ​ຕ້ອງມີ​ອັດຕາສ່ວນຜູ້​ອອກ​ແຮງ​ງານ​ຂອງ​ຂະ​ແໜງ​ນັ້ນ​ມີ​ 2 ໃບປະກາດສະ​ນິຍະ​ບັດ​ແມ່ນ​ເທົ່າ​ໃດ. ນັ້ນ​ແມ່ນ​ໃບ​ປະກາດສະ​ນິຍະ​ບັດ​ວິຊາ​ສະ​ເພາະ ​ແລະ ​ໃບ​ປະກາດ​ສະ​ນິຍະ​ບັດເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ປະຈຸ​ບັນ, ມີ​ບາງ​ກະຊວງ​ໄດ້​ມີ​ກົມ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູຂ່າວສານ. ​ໃນ​ໄລຍະ​ຍາວນານ ກະຊວງ​ໃດ​ກໍ່​ຕ້ອງ​ມີ​ອົງການ​ຮັບຜິດຊອບ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນຂ່າວສານຢູ່​ກະຊວງ​ຂອງ​ຕົນ, ​ເພື່ອ​ຊ່ວຍ​ສ້າງ​ແຜນການ, ຜັນ​ຂະຫຍາຍ​ນະ​ໂຍບາຍ ​ແລະ ​ແນະນຳ​ການ​ນຳ​ໃຊ້​ໃນ​ຂະ​ແໜງ​ຂອງ​ຕົນ ”.

ຂ່າວ/ບົດ​ອື່ນ