ເວທີປາໄສຂັ້ນສູງເຕັກໂນໂລຢີຂໍ້ມູນ - ຂ່າວສານ ຫວຽດນາມ: ການຫັນປ່ຽນດີຈີຕອນ ເພື່ອປະເທດຫວຽດນາມ ເຂັ້ມແຂງແຮງກ້າ

(VOVWORLD) -ເວທີປາໄສຂັ້ນສູງເຕັກໂນໂລຢີຂໍ້ມູນ-ຂ່າວສານ ຫວຽດນາມ ດ້ວຍຫົວຂໍ້ວ່າ “ຫັນປ່ຽນດີຈີຕອນເພື່ອປະເທດຫວຽດນາມ ເຂັ້ມແຂງແຮງກ້າ” ໄດ້ດໍາເນີນໃນວັນທີ 08 ສິງຫາ ຢູ່ຮ່າໂນ້ຍ. ເວທີປາໄສດັ່ງກ່າວ ແມ່ນເພື່ອແນໃສ່ຍົກອອກສານກ່ຽວກັບນະໂຍບາຍ, ເຕັກໂນໂລຢີ, ຂໍ້ສະເໜີແນະຕໍ່ພັກ, ລັດຖະບານ, ບັນດາອົງການຄຸ້ມຄອງ ແລະ ປະຊາຄົມວິສາຫະກິດ, ສັງຄົມ ເພື່ອແນໃສ່ຊຸກຍູ້ການໝູນໃຊ້ ແລະ ພັດທະນາເຕັກໂນໂຢລີຂໍ້ມູນຂ່າວສານ.
ເວທີປາໄສຂັ້ນສູງເຕັກໂນໂລຢີຂໍ້ມູນ - ຂ່າວສານ ຫວຽດນາມ: ການຫັນປ່ຽນດີຈີຕອນ ເພື່ອປະເທດຫວຽດນາມ ເຂັ້ມແຂງແຮງກ້າ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ເວທີປາໄສ (ພາບ: www.qdnd.vn) 

        ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ເນັ້ນໜັກວ່າ ການຫັນປ່ຽນດີຈີຕອນ ໄດ້ສ້າງກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ຫວຽດນາມ, ພ້ອມທັງແມ່ນການປ່ຽນແປງທີ່ມີລັກສະນະຮອບດ້ານ. ຫວຽດນາມ ຢາກເລື່ອນອັນດັບໃນໂລກນັ້ນ ແມ່ນຕ້ອງໄປໄວ ແລະ ນໍາໜ້າເພື່ອມີທ່າແຮງແກ້ງແຍ້ງ. ທ່ານເນັ້ນໜັກວ່າ:

        “ພວກເຮົາຈະເຄື່ອນໄຫວໃນສະພາບແວດລ້ອມດີຈີຕອນ. ດັ່ງນັ້ນ, ບັນດາວິສາຫະກິດ ICT ຕ້ອງຮັບເອົາພື້ນຖານດີຈີຕອນ ເພື່ອກໍ່ສ້າງ ແລະ ປະກອບສ່ວນເຂົ້າໃນການຍູ້ໄວຂະບວນວິວັດແຫ່ງການຫັນເປັນດີຈີຕອນແຫ່ງຊາດ. ແລະ ໃນມື້ນີ້, ພວກເຮົາຈະເຫັນປະຈັກຕາການສະເໜີຕົວຂອງ ສະຫະພັນຫັນປ່ຽນດີຈີຕອນແຫ່ງຊາດ, ມີວິສາຫະກິດ 8 ແຫ່ງທໍາອິດຈະໃຫ້ຄໍາໝັ້ນສັນຍາກ່ຽວກັບການລົງທຶນພື້ນຖານໂຄງລ່າງ ແລະ Platforms ການຫັນປ່ຽນດີຈີຕອນ ແລະ ຈະມີວິສາຫະກິດເຂົ້າຮ່ວມຂະບວນວິວັດຫຼາຍກວ່ານີ້ອີກ”.

        ປີນີ້, ຫວຽດນາມ ຈະປະກາດຍຸດທະສາດກ່ຽວກັບການຫັນປ່ຽນດີຈີຕອນແຫ່ງຊາດ, ເພື່ອມຸ່ງໄປເຖິງພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນ. ການສ້າງແຜນຮ່າງຫັນປ່ຽນດີຈີຕອນແຫ່ງຊາດ ຈະສຸມໃສ່ 5 ປັດໄຈພື້ນຖານແມ່ນ: ລະບອບລະບຽບການ, ພື້ນຖານໂຄງລ່າງ, ຄວາມປອດໄພທາງເຄືອຂ່່າຍອິນເຕີເນັດ, Platforms ແລະ ການບໍາລຸງກໍ່ສ້າງ. 

ຕອບກັບ

ຂ່າວ/ບົດ​ອື່ນ