ເວທີປາໄສຄວາມປອດໄພ ແລະ ສຸຂະອະນາໄມຂອງອາຫານປີ2014

ເວທີປາໄສຄວາມປອດໄພ ແລະ ສຸຂະອະນາໄມຂອງອາຫານປີ2014 - ảnh 1
ພາ​ບ​ປະ​ກອບ

(vovworld) ​​- ຕອນ​ເຊົ້າ​ວັນ​ທີ 12/11, ຢູ່​ຮ່າ​ໂນ້ຍ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ສົມທົບ​ກັບ​ກຸ່ມ​ບັນດາ​ນັກ​ອຸປະຖຳ​ຈັດ​ຕັ້ງ​ເວທີ​ປາ​ໄສ “ຄວາມ​ປອດ​ໄພ ​ແລະ ສຸຂະ​ອະນາ​ໄມ​ຂອງ​ອາຫານ-​ມາດ​ຕະການ​ຍົກ​ສູງ​ມູນຄ່າ​ເພີ່ມ​ຂຶ້ນ ​ແລະ ຄຸນ​ນະພາ​ບຜະລິດ​ຕະພັນກະ​ເສດ​ຫວຽດນາມ”. ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ທີ່​ເວທີ​ປາ​ໄສ​ໄດ້​ສະ​ເໜີ​ຫຼາຍ​ມາດ​ຕະການ​ຂຸດ​ຄົ້ນຕະຫຼາດ ສຳລັບຜະລິດ​ຕະພັນ​ກະ​ເສດ​ປອດ​ສານ​ພິດ; ກົນ​ໄກ, ນະ​ໂຍບາຍ​ຄຸ້ມ​ຄອງ​ຄຸນ​ນະພາ​ບຄວາມ​ປອດ​ໄພ ​ແລະ ສຸຂະ​ອະນາ​ໄມ​ຂອງ​ອາຫານ; ການ​ກໍ່ສ້າງ​ລະບົບມູນຄ່າ​ເພີ່ມສຳລັບຜະລິດ​ຕະພັນ​ກະ​ເສດ. ທ່ານ​ລັດຖະ ມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​​ເລກ​ວາງ​ແຢງ ​ເນັ້ນ​ໜັກ​ວ່າ: ການ​ຍົກ​ສູງ​​ຄວາມ​ສາມາດ​ແກ່ງ​ແຍ້ງຂອງຜະລິດ​ຕະພັນກະ​ເສດ​ຜ່ານ​ການ​ຍົກ​ສູງ​ຄຸນ​     ນະພາ​ບ, ​ເພີ່ມ​​ມູນຄ່າ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ສຸຂະ​ອະນາ​ໄມ​ຂອງ​ອາຫານ ​ແມ່ນ​ບັນດາ​ມາດ​ຕະການ​ສຳຄັນ​ຮັບປະກັນ​ໃຫ້ການ​ເຕີບ​ໂຕ​ດ້ານ​ກະສິກຳ​ໃນ​ສະພາບ​ຫັນ​​ເປັນການ​ຄ້າ​ເສລີ ​ແລະ ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ ກັບ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ. ​ເພື່ອ​ເຮັດ​ໄດ້​ສິ່ງ​ດັ່ງກ່າວ, ຕ້ອງ​ມີ​ການປັບປຸງ​ການຈັດ​ຕັ້ງ​​ການ​ຜະລິດຄືນ​ໃໝ່, ກຳນົດ​ການຕະຫຼາດ​ຈຳໜ່າຍ​ທີ່​ເໝາະ​ສົມ ​ກັບ​ເປົ້າ​ໝາຍ​ລູກ​ຄ້າ ​ແລະ ຈຸດປະສົງ​ຂອງ​ການບໍລິ​ໂພ​ກ.

ຂ່າວ/ບົດ​ອື່ນ