ເວ​ທີ​ປາ​ໄສ​ຄວາມ​ສະ​ເໝີ​ພາບລະ​ຫວ່າງລຸ້ນຄົນ ໄຂ​ຂຶ້ນ​ຢູ່ ປາ​ຣີ

(VOVWORLD) -  ເວທີປາໄສຄວາມສະເໝີພາບລະຫວ່າງລຸ້ນຄົນ (GEF) ຖືກໄຂຂຶ້ນໃນວັນທີ 30 ມິຖຸນາ ຢູ່ນະຄອນຫຼວງ ປາຣີ ໂດຍມີການເຂົ້າຮ່ວມຂອງຜູ້ແທນນັບຮ້ອຍຄົນທີ່ມາຈາກບັນດາປະເທດ. 
ເວ​ທີ​ປາ​ໄສ​ຄວາມ​ສະ​ເໝີ​ພາບລະ​ຫວ່າງລຸ້ນຄົນ ໄຂ​ຂຶ້ນ​ຢູ່ ປາ​ຣີ - ảnh 1ເວທີປາໄສຄວາມສະເໝີພາບລະຫວ່າງລຸ້ນຄົນ (ພາບ: linkedin.com)

ນີ້ແມ່ນເຫດການສຳຄັນທີ່ສຸດຂອງ ສປຊ ນັບແຕ່ປີ 1995 ມານີ້ ກ່ຽວກັບການປະຕິບັດສົນທິສັນຍາວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ - ຊາຍ. ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈຳ ຝລັ່ງ ດິງຕວ່ານທັ໊ງ ກໍຕາງໜ້າໃຫ້ ຫວຽດນາມ ເຂົ້າຮ່ວມເຫດການດັ່ງກ່າວ. ນີ້ແມ່ນໂອກາດເພື່ອປຶກສາຫາລືກ່ຽວກັບການປະຕິບັດຖະແຫຼງການ ແລະ ໂຄງການດຳເນີນງານ ປັກກິ່ງ ທີ່ໄດ້ຮັບການຮັບຮອງເອົາໃນປີ 1995, ບັນດາບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນສະພາບການໂລກລະບາດໂຄວິດ - 19 ແລະ ສະເໜີບັນດາການເຄື່ອນໄຫວ, ຄຳໝັ້ນສັນຍາລະອຽດໃນໄລຍະຈະມາເຖິງ.

        ແຜນການເພີ່ມລະດັບຄວາມໄວທົ່ວໂລກ ກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ຈະໄດ້ຍົກອອກມາໃນເວທີປາໄສ ປາຣີ, ໂດຍສຸມໃສ່ 6 ຫົວຂໍ້ຄື: ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ; ສິດເຮັດເສດຖະກິດຂອງແມ່ຍິງ; ສິດໃນການຮັກສາສຸຂະພາບຮ່າງກາຍ, ສຸຂະພາບທາງເພດ; ແມ່ຍິງກະທຳເພື່ອດິນຟ້າອາກາດ; ເຕັກໂນໂລຢີ ແລະ ການປະດິດຄິດສ້າງເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ; ບັນດາຂະບວນການສິດອຳນາດຂອງແມ່ຍິງ ແລະ ການນຳພາຂອງແມ່ຍິງ.

        ຄາດວ່າເວທີປາໄສດັ່ງກ່າວ ຈະຮັບຮອງເອົາບັນດາຄຳໝັ້ນສັນຍາດ້ານການເມືອງ ແລະ ການເງິນ ເພື່ອຊຸກຍູ້ບັນດາການເຄື່ອນໄຫວລະອຽດ ໃນຫຼາຍຂົງເຂດ, ເປັນຕົ້ນແມ່ນ ການສ້າງແຜນການທົ່ວໂລກຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ.

ຕອບກັບ

ຂ່າວ/ບົດ​ອື່ນ