ເວທີປາໄສຄູ່ຮ່ວມມືເສດຖະກິດ ແລະ ການເງິນອິນເດຍ - ອາເມລິກາ ຄັ້ງທີ 3

ເວທີປາໄສຄູ່ຮ່ວມມືເສດຖະກິດ ແລະ ການເງິນອິນເດຍ - ອາເມລິກາ ຄັ້ງທີ 3 - ảnh 1
(ພາບປະກອບ)

(vovworld) -     ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 3 “ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ເສດຖະກິດ ​ແລະ ການ​ເງິນ​ອິນ​ເດຍ - ອາ​ເມ​ລິ​ກາ” ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ New Delhi ປະ​ເທດ​ອິນ​ເດຍ. ທີ່​ກອງ​ປະຊຸມ, ບັນດາ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ​ແລະ ອິນ​ເດຍ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາການ​ເຄື່ອນ​ໄຫວ​ດ້ານເສດຖະກິດ ​ແລະ ການ​ເງິນ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ສອງ​ປະ​ເທດ ​ແລະ ​ໃນ​ໂລກ. ສອງ​ຝ່າຍ​ເຫັນ​ດີ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າ​ຍ ​ແລະ ຫຼາຍ​ຝ່າຍ, ​ໃນ​ນັ້ນ​ມີ​ການ​ພົວພັນ​ຮ່ວມ​ມື​ກັບ​ກຸ່ມ​ບັນດາ​ປະ​ເທດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນຂຶ້ນ (ຈີ 20) ​ເພື່ອ​​ແນ​ໃສ່​ປະກອບສ່ວນ​ນຳ​ພື້ນຖານ​ເສດຖະກິດ​ໂລກ​ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​​ຂາດ​ສະຖຽນ​ລະ​ພາບ, ບັນ​ລຸ​ລະດັບ​ເຕີບ​ໂຕ​​ແຮງ, ຮັບປະກັນ​ຄວາມ​ດຸນດ່ຽງ ​ແລະ ໝັ້ນຄົງ. ສອງ​ຝ່າຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສ້າງ​​ການ​ພົວພັນ​ເສດຖະກິດ, ການ​ເງິນ ​ໂດຍ​ອີງ​ໃສ່​ການ​ປຶກສາ​ຫາລື​ກ່ອນ​ນີ້, ສຳ​ຫຼວດ​ບັນດາ​ຂົງ​ເຂດ​ໃໝ່​ເພື່ອ​ແນ​ໃສ່​ເຮັດ​ໃຫ້ການ​ຮ່ວມ​ມື​ເລິກ​ເຊິ່ງ ​ແລະ ​ເປີດ​ກວ້າງ​​ກວ່າ​ອີກ; ຢືນຢັນ​ການ​ເປີດ​ກວ້າງ​ການ​ພົວພັນ​ດ້ານ​ການ​ເງິນ ​ແລະ ​ເສດຖະກິ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ອິນ​ເດຍຢ່າງວ່ອງ​ໄວ ​ແມ່ນ​​ແກ່ນສານ​ຂອງ​ການ​ພົວພັນ​ຫຼາຍ​ດ້ານ, ອີ​ງ​ໃສ່​ບັນດາ​ຄຸນ​ຄ່າ​ພ້ອມ​ກັນ​ແບ່ງປັນ ​ແລະ ການ​ເຕົ້າ​ໂຮມ​ສິດຜົນປະ​ໂຫຍ​ດທີ່​ນັ້ບມື້​ນັບ​ເພີ່ມ​ຂຶ້ນ.

ຂ່າວ/ບົດ​ອື່ນ