ເວ​ທີ​ປາ​ໄສ​ຊາວ​ກະ​ສິ​ກອນ ແຫ່ງ​ຊາດ ຄັ້ງ​ທີ 7

(VOVWORLD) - ຕອນເຊົ້າວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນ ຮ່າໂນ້ຍ ໄດ້ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈັດເວທີປາໄສຊາວກະສິກອນແຫ່ງຊາດຄັ້ງທີ 7.

ເວ​ທີ​ປາ​ໄສ​ຊາວ​ກະ​ສິ​ກອນ ແຫ່ງ​ຊາດ ຄັ້ງ​ທີ 7 - ảnh 1ພາບປະກອບ: ທູຮ່າ

ເວທີປາໄສຊາວກະສິກອນແຫ່ງຊາດຄັ້ງທີ 7 ແມ່ນໂອກາດລວບລວມ ບັນດາຄຳເຫັນຂອງຊາວກະສິກອນດີເດັ່ນທຸກຂັ້ນ ກ່ຽວກັບບັນດາບັນຫາໃນການຜະລິດກະສິກຳ, ຊົນນະບົດໃນປັດຈຸບັນ, ບັນດາບັນຫາໄດ້ວາງອອກຕໍ່ກະສິກຳ, ຊາວກະສິກອນ, ຊົນນະບົດໃນປັດຈຸບັນ.

        ບັນດາບົດປະກອບຄຳເຫັນຢູ່ເວທີປາໄສກໍ່ຈະເຮັດໃຫ້ແຈ້ງກວ່າກ່ຽວກັບບັນດາເນື້ອໃນຄື: ຊາວກະສິກອນເປັນມືອາຊີບແມ່ນຄືແນວໃດ, ຊາວກະສິກອນຕ້ອງເຮັດຫຍັງເພື່ອກາຍເປັນຊາວກະສິກອນເປັນມືອາຊີບ? ບັນດາບັນຫາວາງອອກສຳລັບຊາວກະສິກອນໃນໄລຍະໃໝ່ກ່ຽວກັບນະໂຍບາຍໜູນຊ່ວຍຊາວກະສິກອນ, ກະສິກຳ, ຊົນນະບົດເພື່ອສ້າງຊາວກະສິກອນເປັນມືອາຊີບ - ພັດທະນາກະສິກຳຊີວະພາບ, ຊາວກະສິກອນສີວິໄລ, ຊົນນະບົດທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ