ເວທີປາໄສຊາວໜຸ່ມ,ກຳມະກອນຮຳ່ຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ

ເວທີປາໄສຊາວໜຸ່ມ,ກຳມະກອນຮຳ່ຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ - ảnh 1
(ພາບປະກອບ:ອິນເຕີແນັດ)

(vovworld) – ​ ​ທີ່​ເວທີ​ປາໄສຊາວໜຸ່ມ, ກຳມະກອນ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ທ່ານປະທານ​ໂຮ່ຈິ​ມິນ ​ໂດຍ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈິ​ມິນ ຈັດ​ຕັ້ງ​ໃນ​ວັນ​ທີ 26/5, ຢູ່ນະຄອນ ​ໂຮ່ຈິ​ມິນ,​ ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ ກ່ຽວ​ກັບ​ບັນດາ​ຮູບ​ແບບ​ທີ່​ດີ, ວິທີ​ເຮັດ​ວຽກ​ທີ່​ມີ​ປະສິດທິ​ຜົນ, ບັນດາ​ບົດຮຽນ​ໃນ​ວິວັດ​ການຈັດ​ຕັ້ງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​​ແນວ​ຄິດ, ແບບຢ່າງ​ຄຸນສົມບັດ,​ ບຸກຄະ​ລິກກະພາບຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ; ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ, ມາດ​ຕະການ ​ເພື່ອ​ແນ​ໃສ່​ສ້າງ​ສະພາບ​ແວດ​ລ້ອມກຳລັງ​ໜູນ ​ເພື່ອ​ໃຫ້​ສະມາຊິກຊາວ​ໜຸ່ມ, ​ໄວ​ໜຸ່ມ, ກຳມະກອນ​ຜັນ​ຂະຫຍາຍ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ​ຢ່າງ​ມີ​ປະສິດທິ​ຜົນ. ອ້າ​ຍ ​ເລກ໋ວກຟອງ, ​ເລຂາ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈິ​ມິນ ຖື​ວ່າ: ໃນ​ຊຸມ​ປີຜ່ານມາ​ ບັນດາ​ກະຊວງ, ຂະ​ແໜງການ​ໃນ​ທົ່ວ​ປະ​ເທດ ​ໄດ້​ມີ​ຫຼາຍ​ຮູບ​ການ​ຮຳ່ຮຽນ, ມີ​ຫົວຄິດ​ປະດິດ​ສ້າງຊ່ວຍ​ໃຫ້ ສະມາຊິກຊາວ​ໜຸ່ມ, ​ໄວ​ໜຸ່ມ​ເຂົ້າ​ໃຈ​ແຈ້ງ​ກ່ວາ ກ່ຽວ​ກັບ​ພາລະກິດ, ​ແນວ​ຄິດ, ແບບຢ່າງ​ຄຸນສົມບັດ,​ ບຸກຄະ​ລິກກະພາບ​ຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ. ຈາກ​ນັ້ນ, ​ໄດ້​ມີ​ຫຼາຍ​ຮູບ​​ແບບ​ທີ່​ດີ​ເດັ່ນ,​ ວີ​ທີ​ເຮັດ​ວຽກ​ທີ່​ດີ ຫຼື ຜັນ​ຂະຫຍາຍ​ບັ້ນ​ຂົນ​ຂວາ​ຍ, ບັນດາ​ເນື້ອ​ໃນ ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ທ່ານປະທານ​ໂຮ່ຈິ​ມິນ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ເພື່ອ​ປະຊາ​ຄົມ ​ໄດ້​ດຶງ​ດູດ​ສະມາຊິກ​ຊາວ​ໜຸ່ມ, ​ໄວ​ໜຸ່ມ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ຂ່າວ/ບົດ​ອື່ນ