ເວທີປາໄສຊາວໜຸ່ມດ້ວຍຫົວຂໍ້ວ່າ“ລຸ້ນໜຸ່ມສືບທອດ”ນະຄອນໂຮ່ຈິມິນ

ເວທີປາໄສຊາວໜຸ່ມດ້ວຍຫົວຂໍ້ວ່າ“ລຸ້ນໜຸ່ມສືບທອດ”ນະຄອນໂຮ່ຈິມິນ - ảnh 1
ບັນດານັກປາຖະກະຖາ ​ແລະ ການ​ນຳ​ໜຸ່ມ​ແບ່ງປັນ,
 ປຶກສາຫາລືໃນເວທີ​ປາ​ໄສຊາວ​ໜຸ່ມ
(ພາບ: Forbes Việt Nam)

(vovworld) –​ ວັນ​ທີ 12/5, ຢູ່ ນະຄອນ​ໂຮ່ຈິ​ມິນ, ວາລະສານ Forbes ຂອງ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ເຫດການ​ເວທີ​ປາ​ໄສຊາວ​ໜຸ່ມ​ດ້ວຍ​ຫົວ​ຂໍ້​ວ່າ “ລຸ້ນ​ໜຸ່ມສືບ​ທອດ” . ​ເຫດການ​ດັ່ງກ່າວ​ໄດ້​ດຶງ​ດູດປະມານ 800 ຄົນ​ເຂົ້າ​ຮ່ວມ ​ເຊິ່ງ​ແມ່ນ​ບັນດານັກທຸລະກິດຫວຽດນາມ ​ແລະ ສາກົນ​ທີ່​ດີ​ເດັ່ນ, ການ​ນຳ​ໜຸ່ມ, ນັກ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ສັງຄົມ… ຜ່ານການ​ປຶກສາ​ຫາລື 3 ຄັ້ງ​ແມ່ນ: “​​ລຸ້ນຄົນສືບ​ທອດ”,  “​ໂລກ​ດຳ​ເນີນ​ທຸລະ​ກິດ​ໃນ​ຝາມື​ຂອງ​ເພື່ອນ”,  “ສ້າງ​ເຄື່ອງໝາຍ​ການ​ຄ້າ​ສ່ວນ​ຕົວ, ປ່ຽນ​ແປງ​ໂລກ” ​ແລະ ບັນດາ​ບົດ​ຄຳ​ເຫັນ, ສຳພາດ​ຂອງ​ບັນດາ​ນັກປາຖະກະຖາ ​ແລະ ການ​ນຳ​ໜຸ່ມ​ໄດ້​ພ້ອມ​ກັນ​ແບ່ງປັນ, ປຶກ​ສາ​ຫາລື ກ່ຽວ​ກັບ​ບັນດາ​ກາລະ​​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ສຳລັບ​ຊາວ​ໜຸ່ມ,​ ບັນດາ​ຄວາມ​ໄຝ່​ຝັນ, ຈຸດໝາຍ​ ​ແລະ ວິ​ໄສ​ທັດ​ກາ​ນນຳ​ຂອງພວກ​ເຂົາ​.

ຂ່າວ/ບົດ​ອື່ນ