ເວທີປາໄສຊາວໜຸ່ມໂລກ 2018 ດ້ວຍສານສັນຕິພາບ, ສາມັກຄີ ແລະ ປະດິດຄິດສ້າງ

(VOVWORLD) - ເວທີປາໄສຊາວໜຸ່ມໂລກ 2018 ດ້ວຍສານສັນຕິພາບ, ສາມັກຄີ ແລະ ປະດິດຄິດສ້າງ” ໄດ້ດຳເນີນໄປຢູ່ນະຄອນ Sharm el-Sheikh, ອີຢິບ ໃນວັນທີ 04 ພະຈິກ, 

ເວທີປາໄສຊາວໜຸ່ມໂລກ 2018 ພວມດຶງດູດຜູ້ແທນທົ່ວໂລກເກືອບ 5000 ຄົນເຂົ້າຮ່ວມບັນດາການໂອ້ລົມສົນທະນາ, ປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆ ດ້ວຍສານສັນຕິພາບ, ສາມັກຄີ ແລະ ປະດິດຄິດສ້າງ.

        ດ້ວຍບັນດາບົດບັນລະຍາກ່ຽວກັບຫົວຂໍ້ຕ່າງໆ, ເວທີປາໄສແມ່ນໂອກາດເພື່ອໃຫ້ຜູ້ຕາງໜ້າຊາວໜຸ່ມທົ່ວໂລກໃຫ້ມີສຽງເວົ້າຂອງໄວໜຸ່ມໃນປັດຈຸບັນ ແລະ ບັນດາຄວາມຄາດຫວັງມຸ່ງໄປເຖິງສັນຕິພາບ, ການພັດທະນາ ແລະ ການຮ່ວມມື.

        ຢັ້ງຢືນບົດບາດຂອງບັນດາການນຳໂລກຕໍ່ສັນຕິພາບ, ທ່ານປະທານາທິບໍດີ ອີຢິບ Abdel Fattah El-Sisi ຖືວ່າ: ການສ້າງຕັ້ງ ແລະ ຮັກສາພື້ນຖານສັນຕິພາບແມ່ນອີງໃສ່ວິໄສທັດຂອງບັນດາການນຳການເມືອງຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ