ເວທີປາໄສຕຳຫລວດຈະລາຈອນອາຊຽນຄັ້ງທີ1ຈະດຳເນີນຢູ່ຫວຽດນາມ

ເວທີປາໄສຕຳຫລວດຈະລາຈອນອາຊຽນຄັ້ງທີ1ຈະດຳເນີນຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ​ ​ເວທີ​ປ​າ​ໄສ​ຕຳຫລວດ​ຈະລາຈອນ ອາ​ຊຽນ ຄັ້ງ​ທີ 1 ຈະ​ດຳ​ເນີນ​ຢ່າງ​ເປັນ​ທາງ​ການໃນ​ຕອນ​ເຊົ້າ​ວັນ​ທີ 21/11 ຢູ່ ນະຄອນຫລວງ ຮ່າ​ໂນ້ຍ. ຄາດ​ຄະ​ເນ​ວ່າ ມີຜູ້​ແທນພາຍ​ໃນ​ປະ​ເທດ ​ແລະ ຜູ້​ແທນ​ມາ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ ​ປະມານ150 ທ່ານເຂົ້າ​ຮ່ວມ​ເວທີ​ປາ​ໄສ​. ນີ້​ແມ່ນ​ເວທີ​ປາ​ໄສ ​ແນ​ໃສ່​ແລກປ່ຽນ​ບັນດາ​ບົດຮຽນ​ໃນ​ການສ​້າງກົ​ດໝາຍ​ກ່ຽວ​ກັບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງຄົມມະນາຄົມ, ການ​ຄຸ້ມ​ຄອງ ​ແລະ ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​, ຄວາມ​ປອດ​ໄພຄົມມະນາຄົມ,  ສ້າງ​ຄວາມ​ກົມກຽວ​ກ່ຽວ​ກັບ​ກົດໝາຍ​ຄົມມະນາຄົມ​ໃນ​ເງື່ອນ​ໄຂ​ເຊື່ອ​ມ​ໂຍງ​ຂອງ​ພົນລະ​ເມືອງ​ບັນດາ​ປະ​ເທດປະ​ຊາ​ຄົມ ອາຊຽນ; ພ້ອມ​ທັງ​ສ້າງ​ບັນດາ​ການ​ເຄື​່ອນ​ໄຫວ​ທີ່​ມີລັກສະນະ​ປະຈຳ​ໄລຍະ, ສ້າງ​​ເປັນ​ກົນ​ໄກປະຈຳ​ຂອງ​ຕຳຫລວດ​ຈາລະ​ຈອນ​ໃນ​ບັນດາ​ປະ​ເທດ​ປະຊາ​ຄົມ ອາ​ຊຽນ. ​ແລະ​ກໍ່​​ໃນ​ເວທີ​ປາ​ໄ​ສ, ບັນດາ​ຜູ້​ແທນ​ຈະ​ແລກປ່ຽນ​ກ່ຽວ​ກັບ​ການ​ກໍ່ສ້າງ, ກວດກາ, ອອກ​ໃບ​ຢັ້ງ​ຢືນ​ຂັບ​ລົດ ​ແລະ ຄຸ້ມຄອງ​ຜູ້​​​ໃຊ້ຍານພາຫະນະຂອງ​ຕຳຫລວດ​ຈະລາຈອນ​ບັນດາ​ປະ​ເທ​ດ ອາ​ຊຽນ; ສ້າງ​ເນື້ອ​ໃນ​ບົດບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ຂອງ​ຕຳຫລວດ​ຈະລາຈອນ​ບັນດາ​ປະ​ເທດ ອາ​ຊຽນ.

 

 

ຂ່າວ/ບົດ​ອື່ນ