ເວ​ທີ​ປາ​ໄສທາງອ​ອນ​ລາຍ​ລະ​ຫວ່າງ ອາ​ຊຽນ - ອົດ​ສະ​ຕ​າ​ລ​ີ​ຄັ້ງ​ທີ 32

(VOVWORLD) - ພາຍຫຼັງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ໃນວັນທີ 18 ພຶດສະພາ 2020, ທ່ານຫງວຽນກ໊ວກຢຸງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມໃນຖານະເປັນປະທານອາຊຽນ ໄດ້ເຂົ້າຮ່ວມເວທີປາໄສລະຫວ່າງ ອາຊຽນ - ອົດສະຕາລີ ຄັ້ງທີ 32.
ເວ​ທີ​ປາ​ໄສທາງອ​ອນ​ລາຍ​ລະ​ຫວ່າງ ອາ​ຊຽນ - ອົດ​ສະ​ຕ​າ​ລ​ີ​ຄັ້ງ​ທີ 32 - ảnh 1 ທ່ານຫງວຽນກ໊ວກຢຸງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ(ພາບ: TTXVN)

ເມື່ອແລກປ່ຽນກ່ຽວກັບສະພາບການໂລກລະບາດ Covid – 19, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະຍູ້ແຮງການແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ປະສົບການ, ໜູນຊ່ວຍກັນດ້ານເຕັກນິກ, ຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກ ແລະ ຄວາມສາມາດໃນການຮັບມືກັບກໍລະນີແຜ່ລະບາດຂອງໂລກລະບາດໃນອະນາຄົດ, ສອງຝ່າຍກໍ່ໃຫ້ຄຳໝັ້ນສັນຍາວ່າຈະໜູນຊ່ວຍພົນລະເມືອງຂອງກັນທີ່ຖືກຜົນສະທ້ອນຈາກໂລກລະບາດ, ມານະພະຍາຍາມຫຼຸດຜ່ອນຜົນກະທົບຈາກໂລກລະບາດຕໍ່ເສດຖະກິດ - ສັງຄົມໃຫ້ຫຼາຍທີ່ສຸດ, ສົມທົບນະໂຍບາຍກະກຽມບັນດາແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດສິ້ນສຸດລົງ.

ທ່ານຫົວໜ້າຄະນະຝ່າຍອົດສະຕາລີຢັ້ງຢືນວ່າ ລັດຖະບານອົດສະຕາລີໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ ແລະ ນັກສຶກສາບັນດາປະເທດ ອາຊຽນທີ່ພວມເຮັດວຽກ ແລະ ຮ່ຳຮຽນຢູ່ອົດສະຕາລີໃນໄລຍະປະສົບຄວາມຫຍຸ້ງຍາກນີ້. ອາຊຽນສະເໜີໃຫ້ອົດສະຕາລີຕັ້ງໜ້າສະໜັບສະໜູນ ແລະ ປະກອບສ່ວນໃຫ້ແກ່ກອງທຶນຮັບມືກັບໂລກລະບາດ Covid – 19 ແລະ ສາງ ອຸປະກອນການແພດສຳຮອງໃນພາກພື້ນ ຂອງ ອາຊຽນ.

        ກ່າວຄຳເຫັນທີ່ເວທີປາໄສ, ໃນຖານະເປັນປະທານອາຊຽນ, ທ່ານຫງວຽນກ໊ວກຢຸງຢັ້ງຢືນວ່າດ້ວຍຄວາມມານະພະຍາຍາມຮັບມືກັບໂລກລະບາດ Covid -19, ຫວຽດນາມຈະສົມທົບຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມື, ໃນນັ້ນມີອົດສະຕາລີ, ມານະພະຍາຍາມຮັກສາບັນດາການເຄື່ອນໄຫວຂອງອາຊຽນຢ່າງເປັນປົກກະຕິ, ຕັ້ງໜ້າຊຸກຍູ້ບັນດາກຳນົດທິດ ແລະ ບຸລິມະສິດການຮ່ວມມືທີ່ໄດ້ຍົກອອກມາໃນປີ 2020, ຍູ້ແຮງການປະຕິບັດວິໄສທັດປະຊາຄົມ 2025, ປັບປຸງ ແລະ ເພີ່ມທະວີບັນດາກົນໄກຂອງອາຊຽນ, ພັດທະນາເຂດອະນຸພາກພື້ນແມ່ນ້ຳຂອງ, ເປີດກ້ວາງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະການພັດທະນາແບບຍືນຍົງ ແລະ ມຸ່ງໄປເຖິງວິໄສທັດອາຊຽນພາຍຫຼັງປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ