ເວທີປາໄສທາງອອນລາຍອາຊຽນ - ນິວຊີແລນ ຄັ້ງທີ 28

(VOVWORLD) -ອາຊຽນ ແລະ ນິວຊີແລນ ເນັ້ນໜັກວ່າ ຄວນສຸມແຫຼ່ງກຳລັງ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ
ເວທີປາໄສທາງອອນລາຍອາຊຽນ - ນິວຊີແລນ ຄັ້ງທີ 28 - ảnh 1ການເຈລະຈາອາຊຽນ - ນິວຊີແລນ ຄັ້ງທີ 28 ທາງອອນລາຍ
(ພາບ: TTXVN)

ຕອນເຊົ້າວັນທີ 23 ມີນາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ, ຫົວໜ້າຄະນະຜູ້ແທນເຈົ້າໜ້າທີ່ຂັ້ນສູງຂອງຫວຽດນາມ (SOM) ຢູ່ອາຊຽນ, ພ້ອມກັບຫົວໜ້າ SOM ຂອງບັນດາປະເທດອາຊຽນ ແລະ ນິວຊີແລນ ໄດ້ເຂົ້າຮ່ວມການເຈລະຈາອາຊຽນ - ນິວຊີແລນ ຄັ້ງທີ 28 ທາງອອນລາຍ.

        ດ້ວຍແຜນການກະທຳໄລຍະໃໝ່ 2021 - 2025, ອາຊຽນ ແລະ ນິວຊີແລນ ເນັ້ນໜັກວ່າ ຄວນສຸມແຫຼ່ງກຳລັງ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ, ການສຶກສາ, ການປ່ຽນແປງຂອງດິນຟ້າອາກາດ… ອາຊຽນ ແລະ ນິວຊີແລນ ຢືນຢັນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອປະກອບສ່ວນໃຫ້ແກ່ການຮັກສາ ແລະ ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລຕາເວັນອອກ.

        ກ່ຽວກັບສະພາບການຢູ່ມຽນມາ, 2 ຝ່າຍຮຽກຮ້ອງໃຫ້ມານະພະຍາຍາມລະງັບໃຈ, ຫຼຸດຜ່ອນຄວາມເຄັ່ງຕຶງ, ການໃຊ້ຄວາມຮຸນແຮງ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ; ພ້ອມແລ້ວທີ່ຈະໜູນຊ່ວຍ ມຽນມາ ເພີ່ມທະວີການເຈລະຈາ, ຊອກຫາມາດຕະການແກ້ໄຂຢ່າງໝັ້ນຄົງເພື່ອເຮັດໃຫ້ສະພາບການມີສະຖານລະພາບ, ຮັກສາວິວັດທະນາການປະຊາທິປະໄຕ.

        ໂດຍຕາງໜ້າໃຫ້ບັນດາປະເທດອາຊຽນ, ກ່າວຄຳເຫັນກ່ຽວກັບການຮ່ວມມືຢູ່ ທະເລ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ຢືນຢັນວ່າ: ອາຊຽນ ແລະ ນິວຊີແລນ ຄວນເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນບັນດາຂອບເຂດການຮ່ວມມື ເພື່ອແນໃສ່ຊຸກຍູ້ການເຈລະຈາ ແລະ ການຮ່ວມມື, ເຄົາລົບກົດໝາຍສາກົນ, ເພີ່ມທະວີການຮ່ວມມືຢູ່ທະເລຢ່າງໝັ້ນຄົງ ແລະ ສົມທົບກັນປັບປຸງ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາກົນໄກ, ຂອບເຂດການຮ່ວມມືຢູ່ທະເລ, ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ສ້າງຄວາມສະດວກໃຫ້ແກ່ການຟື້ນຟູ ແລະ ການເຕີບໂຕແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ