ເວທີປາໄສນະວັດຕະກຳ ແລະ starup ທາງພາກກາງ ແລະ ເຂດໄຕງວຽນ

(VOVWORLD) - ທີ່ເວທີປາໄສ, ບັນດາຜູ້ແທນໄດ້ພ້ອມກັນປຶກສາຫາລື, ແບ່ງປັນການຄົ້ນຄວ້າ, ທັດສະນະກ່ຽວກັບສະພາບຕົວຈິງ, ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການແກ້ໄຂທີ່ມີຄວາມເປັນໄປໄດ້
ເວທີປາໄສນະວັດຕະກຳ ແລະ starup ທາງພາກກາງ ແລະ ເຂດໄຕງວຽນ - ảnh 1ທ່ານ ເຈິ່ນຢຸຍດົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ
(ພາບ: giaoducthoidai.vn)

        ຕອນເຊົ້າວັນທີ 04 ສິງຫາ, ຢູ່ນະຄອນ ເຫ້ວ, ມະຫາວິທະຍາໄລ ເຫ້ວ ໄດ້ສົມທົບກັບສູນນະວັດຕະກຳແຫ່ງຊາດ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ), ຈັດເວທີປາໄສ “ນະວັດຕະກຳ ແລະ starup ທາງພາກກາງ ແລະ ເຂດໄຕງວຽນ”. ເວທີປາໄສມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານ ເຊິ່ງແມ່ນນັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງ, ການນຳບັນດາທ້ອງຖິ່ນ…

        ທີ່ເວທີປາໄສ, ບັນດາຜູ້ແທນໄດ້ພ້ອມກັນປຶກສາຫາລື, ແບ່ງປັນການຄົ້ນຄວ້າ, ທັດສະນະກ່ຽວກັບສະພາບຕົວຈິງ, ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການແກ້ໄຂທີ່ມີຄວາມເປັນໄປໄດ້ ເພື່ອຊຸກຍູ້ການພັດທະນາຂອງລະບົບຊີວະພາບເຂດພາກກາງ ແລະ ໄຕງວຽນ, ມຸ່ງໄປເຖິງການພັດທະນາຢ່າງວ່ອງໄວ, ຮອບດ້ານ ແລະ ຍືນຍົງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເຈິ່ນຢຸຍດົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ເນັ້ນໜັກວ່າ:

        “ເວທີປາໄສແມ່ນການເຄື່ອນໄຫວເລີ່ມຕົ້ນໃຫ້ບັນດາການເຄື່ອນໄຫວຢ່າງແທດຈິງ, ມີຄວາມໝາຍໃນໄລຍະຈະມາເຖິງ. ກະຊວງແຜນການ ແລະ ການລົງທຶນ ຈະສືບຕໍ່ມອບໃຫ້ສູນນະວັດຕະກຳແຫ່ງຊາດ ສົມທົບກັບມະຫາວິທະຍາໄລ ເຫ້ວ ພ້ອມກັບບັນດາສະຖາບັນ, ໂຮງຮຽນ ສະເໜີບັນດາລາຍການ, ໂຄງການຮ່ວມມືຢ່າງລະອຽດ. ໃນນັ້ນ, ໃຫ້ບຸລິມະສິດແກ່ບັນດາການເຄື່ອນໄຫວເລີ່ມ starup, ນະວັດຕະກຳໃນຂົງເຂດທີ່ເປັນທ່າແຮງຂອງບັນດາສະຖາບັນ, ໂຮງຮຽນ”.

ຕອບກັບ

ຂ່າວ/ບົດ​ອື່ນ