ເວທີປາໄສນະໂຍບາຍ ແລະ ເສດຖະກິດ ອີຢູ-ອາຊຽນ 2013

ເວທີປາໄສນະໂຍບາຍ ແລະ ເສດຖະກິດ ອີຢູ-ອາຊຽນ 2013 - ảnh 1
ທ່ານ​​ເລຂາທິການ​ໃຫ່ຍອາ​ຊຽນເລ​ເລືອ​ງມິ​ງ

(ພາບ: news.cn)

(vovworld)- ​​ວັນທີ  18/4 ຢູ່​ນະຄອນຫຼວງ​ຈາ​ກາກ​ຕາ ປະ​ເທດ​ອິນ​​ໂດ​ເນ​ເຊຍ, ​ໄດ້​ດຳ​ເນີນ​ເວທີ​ປາ​ໄສ​ຂັ້ນສູງນະ​ໂຍບາຍ ​ແລະ ​ເສດຖະກິດ​ອີ​ຢູ-ອາຊຽນ 2013. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ເລ​ເລືອ​ງມິ​ງ ​ເລຂາທິການ​ໃຫ່ຍອາ​ຊຽນ ​ໃຫ້​ຮູ້​ວ່າ: ເວທີ​ປາ​ໄສ​ຂັ້ນສູງນະ​ໂຍບາຍ ​ແລະ ​ເສດຖະກິດ​ອີ​ຢູ-ອາຊຽນ 2013 ​ແມ່ນ​ໂອກາດ​ໃຫ້​ສອງ​ຝ່າຍ​ແບ່ງປັນ​ບັນດາ​ບົດຮຽນ​ສ້າງ​ປະຊາ​ຄົມ​ໃນ​ວິວັດ​ການ​ເຊື່ອມ​ຕໍ່ ​ແລະ ​ເຊື່ອມ​ໂຍງ, ຍົກ​ສູງ​ສະຕິ​ຄວາມຮັບ​ຮູ້ ​ແລະ ຄວາມ​ເຂົ້າອົ​ກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ​ຂອງ​ສອງ​ພາກ​ພື້ນ. ທ່ານ​ເລຂາທິການ​ໃຫ່ຍ​ເລ​ເລືອ​ງມິ​ງ ຢືນຢັນ​ວ່າ: ​ອາ​ຊຽນ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ລາຍ​ໃຫ່ຍອັນ​ດັບ​ທີ 3 ຂອງ​​ເອີ​ລົບ ຖັດຈາກ​ອາ​ເມ​ລິ​ກາ ​ແລະ ຈີນ ​ແລະ ອີ​ຢູ ​ແມ່ນ​ນັກ​ລົງທຶນ​ໃຫ່ຍກ່ວາ​ໝູ່​ເຂົ້າອາ​ຊຽນ ​ໃນ​ປະຈຸ​ບັນ. ເວທີ​ປາ​ໄສ​ຂັ້ນສູງນະ​ໂຍບາຍ ​ແລະ ​ເສດຖະກິດ​ອີ​ຢູ-ອາຊຽນ 2013 ຖືກ​ຖື​ວ່າ​ແມ່ນ​ໂອກາດ​ໃຫ້​ທັງ​ສອງ​ຝ່າຍ​ແບ່ງປັນ ​ແລະ ສຸມ​ໃສ່​ບັນດາ​ບົດຮຽນ​ໃນ​ວິວັ​ດການ​ເຊື່ອມ​ຕໍ່ ​ແລະ ​ເຊື່ອມ​ໂຍງ​ຂອງ​ຕົນ, ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ການ​ພົວພັນ​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ