ເວທີປາໄສ“ປະຊາຄົມພັດທະນາພາກໃຕ້ທະວີບອາບຟຣີກາ”

ເວທີປາໄສ“ປະຊາຄົມພັດທະນາພາກໃຕ້ທະວີບອາບຟຣີກາ” - ảnh 1
​ເວທີ​ປາ​ໄສ “ປະຊາ​ຄົມ​ພັດທະນາ​ພາກ​ໃຕ້ທະວີບອາບຟຣີກາ” ​
(ພາບ: dangcongsan.vn)

(vovworld) – ​ເວທີ​ປາ​ໄສ “ປະຊາ​ຄົມ​ພັດທະນາ​ພາກ​ໃຕ້ທະວີບອາບຟຣີກາ” ​ໂດຍ​ສະມາຄົມ​ມິດ​ຕະພາບ​ຮ່ວມ​ມື ຫວຽດນາມ - ອາບຟຣີກາ ສົມທົບ​ກັບ​​ສະຖານ​ທູ​ດບັນດາ​ປະ​ເທດ​ກຸ່ມ​ປະຊາ​ຄົມ​ພັດທະນາ​ພາກ​ໃຕ້ທະວີບ​ອາບຟຣີກາ (SADC) ປະຈຳ ຮ່າ​ໂນ້ຍ ຈັດ​ຕັ້ງ​ໃນ​ວັນ​ທີ 17/8, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 36 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ SADC. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ຮ່ວມ​ມື​ກ່ຽວ​ກັບ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ ອາບຟຣີກາ, ພິ​ເສດ​ແມ່ນ​ບັນດາ​ປ​ະ​ເທດ​ຢູ່​ພາກ​ໃຕ້ ອາບຟຣີກາ, ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ສົນ​ໃຈ ​ແລະ ຍູ້​ແຮງ. ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໄດ້ ​ແລະ ພວມ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ຫຼາຍ​ປະ​ເທດ​ຂຶ້ນ​ກັບ​ SADC ​ໃນ​ບາງ​ຂົງ​ເຂດ​ຄື: ນ້ຳມັນ​ອາຍ​ແກຼັດ, ​ໂທລະ​ຄົມ, ກະສິກຳ, ບໍ່​ແຮ່… ວົງ​ເງິນ​ຄ້າຂາຍ 2 ສົ້ນ​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປ​ະ​ເທດ SADC ຍັງ​ຄົງ​ຮັກສາ​ໄດ້​ທ່າ​ເຕີບ​ໂຕ​ຢ່າງ​ສະໝ່ຳສະ​ເໝີ ​ແລະ ໝັ້ນຄົງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ໝາກຜົນ​ນີ້​ບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ 2 ຝ່າຍ​ເທື່ອ. ທີ່​ການປຶ​ກສາ​ຫາລື​ໃນ​ເວທີ​ປ​າ​ໄສ, ບັນດາ​ຜູ້​ແທນ​ຖື​ວ່າ​ບັນດາ​ອົງການ, ວິ​ສາ​ຫະກິດ, ບຸກຄົນ ຫວຽດນາມ ​ແລະ SADC ສືບຕໍ່​ເພີ່ມ​ທະວີ​ການ​ຊອກ​ຮູ້, ​ແລກປ່ຽນ, ກຳ​ແໜ້ນ​ຄວາມ​ຕ້ອງການ ​ແລະ ຄວາມ​ມຸ່ງ​ຫວັງ​ຂອງ​ກັນ, ສືບ​ຕໍ່​ສົມທົບ​ກັນ​ໃນ​ການ​ສະ​ເໜີ​ຕໍ່​ລັດຖະບານ​ປະ​ເທດ​ຕ່າງໆແກ້​ໄຂ​​້ສິ່ງ​ທີ່​ຍັງຄົງ​ຄ້າງ, ສ້າງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ຮ່ວມ​ມື, ​ລົງທຶນ ​ໃຫ້​ນັບ​ມື້​ນັບ​ສະດວກ​ແກ່​ບັນດາ​ວິ​ສາ​ຫະກິດ. ​ອົງການ​ການ​ທູດ​ຂອງບັນດາປະ​ເທດ SADC ຕ້ອງ​ເອົາ​ໃຈ​ໃສ່​ສະໜອງ​ຂ້ໍ​ມູນ​ຂ່າວ​​ກ່ຽວ​ກັບ​ກາລະ​​ໂອກາດ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ຢູ່​ບັນດາ​ປະ​ເທດ​ນັ້ນ​ໃຫ້​ແກ່​ວິ​ສາ​ຫະກິດ ຫວຽດນາມ ຢ່າງທັນ​ການ, ຄົບ​ຖ້ວນ.


ຂ່າວ/ບົດ​ອື່ນ