ເວທີປາໄສພັດທະນາຊົນເຜົ່າສ່ວນໜ້ອຍປີ 2018

(VOVWORLD) -ວັນທີ 20 ສິງຫາ, ຢູ່ນະຄອນຕາມກີ, ແຂວງກວາງນາມຂອງຫວຽດນາມ, ໄດ້ດໍາເນີນເວທີປາໄສພັດທະນາຊົນເຜົ່າສ່ວນໜ້ອຍປີ 2018 ດ້ວຍຫົວຂໍ້ວ່າ “ໂສມງອກລິງ - ສໍາຜັດລະບອບມູນຄ່າໃນການພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າສ່ວນໜ້ອຍ”.

ເວທີປາໄສພັດທະນາຊົນເຜົ່າສ່ວນໜ້ອຍປີ 2018 - ảnh 1 ບັນດາຜູ້ແທນພວມແລກປ່ຽນບົດຮຽນທີ່ເວທີປາໄສ

(ພາບ: Tran Tinh/ TTXVN)

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນບົດຮຽນຈາກພາຍໃນ ແລະ ສາກົນ ກ່ຽວກັບການພັດທະນາບັນດາລະບົບມູນຄ່າຜະລິດຕະພັນຂອງພໍ່ແມ່ພີ່ນ້ອງຊາວເຜົ່າສ່ວນໜ້ອຍ ແລະ ລະບົບມູນຄ່າ ໂສມງອກລິງ ແມ່ນຮູບແບບທີ່ພົ້ນເດັ່ນໃນການພັດທະນາຜະລິດຕະພັນເຂດຊົນເຜົ່າສ່ວນໜ້ອຍຕາມລະບົບ. ທ່ານ ໂດວັນຈ໋ຽນ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີ, ຫົວໜ້າຄະນະກໍາມະການຊົນເຜົ່າ, ຊີ້ແຈ້ງວ່າ:

        “ເຂດຊົນເຜ່ົາສ່ວນໜ້ອຍ ແລະ ເຂດພູດອຍ ມີທ່າໄດ້ປຽບຫຼາຍຢ່າງ ເມື່ອທຽບໃສ່່ບັນດາເຂດອື່ນຄື ປັດໄຈດິນຟ້າອາກາດ, ທີ່ດິນ, ຊີວະວິທະຍາ ທີ່ເຂດອື່ນບໍ່ມີ, ເໝາະສົມກັບການປູກຕົ້ນໄມ້ກິນໝາກ, ຕົ້ນຢາສະໝູນໄພ ບາງຊະນິດພິເສດ, ການລ້ຽງສັດ ເສີມຂະຫຍາຍບັນດາມູນຄ່າວັດທະນະທໍາເປັນວັດຖຸ ແລະ ບໍ່ເປັນວັດຖຸ ເພື່ອຈັດບັນດາ ລາຍການທ່ອງທ່ຽວແບບຄົ້ນຫາ ແລະ ການທ່ອງທ່ຽວຊີວະພາບ. ເວທີປາໄສຄັ້ງນີ້ ແມ່ນການເປີດແນວຄວາມຄິດເລີ່ມດໍາເນີນທຸລະກິດທີ່ອຸດົມສົມບຸນ ແລະຫຼາຍຮູບຫຼາຍແບບອື່ນ”.

        ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ເຈືອງຮວ່າບິງ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເນັ້ນໜັກວ່າ: ຊຸກຍູ້ພັດທະນາເຂດຊົນເຜົ່າສ່ວນໜ້ອຍ ຢ່າງໄວວາ, ຍືນຍົງ ແລະ ຮັດແຄບຄວາມແຕກໂຕນກັນໃນການພັດທະນາກັບບັນດາເຂດອື່ນ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມໃນພາລະກິດແຫ່ງການພັດທະນາເສດຖະກິດ-ສັງຄົມ ແລະ ຫົວຂໍ້ຂອງເວທີປາໄສຄັ້ງນີ້ແມ່ນມີຄວາມໝາຍ ແລະ ແທດຈິງຫຼາຍ.


ຕອບກັບ

ຂ່າວ/ບົດ​ອື່ນ