ເວທີປາໄສພັດທະນາເຂດແຄມທະເລພາກກາງແບບຍືນຍົງ

ເວທີປາໄສພັດທະນາເຂດແຄມທະເລພາກກາງແບບຍືນຍົງ - ảnh 1
(ເວທີປາໄສພັດທະນາເຂດແຄມທະເລພາກກາງແບບຍືນຍົງ
ໄດ້ຮັບການຈັດຕັ້ງໃນຕອນເຊົ້່າວັນທີ 3/6
)

(vovworld) – ​​ເວທີ​ປາ​ໄສ​ພັດທະນາເຂດແຄມທະເລພາກກາງແບບຍືນຍົງໄດ້​ຮັບ​ການຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 3/6, ຢູ່​ນະຄອນ ​ໂຮ້ຍ​ອານ, ​ແຂ​ວງ ກວາງ​ນາມ, ​ໂດຍ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ສົມທົບ​ກັບ​ທະນາ​ຄານ​ໂລກ ປະຈຳ ຫວຽດນາມ ຈັດ​ຕັ້ງ. ນີ້​ແມ່ນ​ເວທີ​ປາ​ໄສ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ການ​ພັດທະນາ​ພາກ​ກາງ​ແບບ​ຍືນ​ຍົງ ​​ໂດຍ​ທ່ານ​ຮ​ອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ. ທ່ານ​ນາງ Victoria Kwa Kwa, ຜູ້ອຳນວຍການ​ທະນາຄານ​ໂລກ​ປະຈຳ ຫວຽດນາມ, ການ​ນຳ​ບັນດາ​ແຂວງ, ນະຄອນ​ພາກ​ກາງ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ. 9 ​ແຂວງ​​ແຄມ​ທະ​ເລ​ພາກ​ກາງ​ແມ່ນ​ເຂດ​ມີ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ອຸດົມສົມູບູນ, ມີ​ທ່າ​ແຮງຫຼາຍ​ຢ່າງ. ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ຖື​ວ່າ: ຄວນ​ໃຫ້ບຸລິມະສິດ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ບຸລິມະສິດ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ຫລຸດຜ່ອນ​ໄພພິບັດ​ທຳ​ມະ​ສາດ..​​.. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ ​ບັນດາ​ແຂວງ​ພາກ​ກາງ ຄວນ​ຮ່ວມ​ມື​ພັດທະນາ​ພື້ນຖານ​​ໂຄງ​ລ່າງ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ ​ແລະ ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ໄພພິບັດ​ທຳ​ມະ​ຊາດ:

    “ບັນດາ​ທ້ອງຖິ່ນຕ້ອງ​ສ້າງແຜນການກຳນົດໃຫ້ສົມບູນແບບ ຕິດພັນການວາງແຜນກຳນົດ​ສັງ​ລວມ​ເຂດ, ສ້າງ​ການ​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​​​ແຟ້ນກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ເສດຖະກິດ, ຍົກ​ອອກ​ບັນດາ​ມາດ​ຕະການ​ລະອຽດ​ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໄພພິບັດທຳມະຊາດ, ​ໄພ​ນ້ຳ​ຖ້ວມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ ຕິດ​ພັນ​ກັບ​ບັນດາ​ຍຸດ​ທະ​ສາ​ດ, ​ໂຄງ​ການ​ຈຸດໝາຍ​ແຫ່ງ​ຊາດ. ບັນ​ຫາ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ພັດທະນາ, ພິ​ເສດ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດມີ​ຄຸນ​ນະພາ​ບສູງ. ນີ້​ກໍ່​ແມ່ນ​ບັນຫາ​ຫຍຸ້ງ​ຍາ​ກ ​ແຕ່​ຮີບ​ດ່ວນ​ຂອງ​ເຂດ, ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​​ໃຈ​ໃສ່​ພິ​ເສດ”

    ກ່ຽວ​ກັບ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ຢ່າງຜິດ​ກົດໝາຍ​ຢູ່​ເຂດນ່ານ​ທະ​ເລ ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​ວ່າ: ຫວຽ​ດນາມ ​ເດັດ​ດຽວ​ປະຕິບັດ​ບັນດາ​ມາດ​ຕະການ​ສັນຕິພາບ​ເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ. ປະຈຸ​ບັນ, ຄວາມ​ສະຫງົບ​ຂອງ​ຊາວ​ປະມົງພາກ​ກາງ​ພວມ​ຖືກ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ. ສິ່ງ​ດັ່ງກ່າວ​ວາງ​ອອກ​ໃຫ້ການ​ພັດທະນາ​ເສດຖະກິດ​ທະ​ເລ​ຢູ່ ພາກ​ກາງ​ທັງ​ສວມ​ບົດບາດ​ສຳຄັນໃນການ​ພັດທະນາ​​ເຂດ​ແຄ​ມທະ​ເລ​ພາກ​ກາງແບບ​ຍືນ​ຍົງ, ທັງປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ຕິດ​ພັນ​ກັບ​ການ​ປ້ອງ​ກັນຊາ​ດ ​ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ