ເວທີປາໄສລົງທຶນ ອາຊຽນ ຄັ້ງທີ 3 ສຸມໃສ່ເຂົ້າລະບົບ ການສະໜອງ

ເວທີປາໄສລົງທຶນ ອາຊຽນ ຄັ້ງທີ 3 ສຸມໃສ່ເຂົ້າລະບົບ ການສະໜອງ - ảnh 1
ພາບປະກອບ
(ຈາກ: business-in-asia.com)

(vovworld) – ວັນ​ທີ 19/8, ​ເວທີ​ປາ​ໄສການ​ລົງທຶນ ອາ​ຊຽນ ຄັ້ງ​ທີ 3 ​ໄດ້​ຈັດ​ຕັ້ງ​ຢູ່​ນະ​ຄອນ​ຫຼວງ Bandar Seri Begawan, ປະ​ເທດ ບຣູ​ໄນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້ນຳ​ໜ້າ​ອົງການ​ລົງທຶນ​ບັນດາ​ປະ​ເທດ​ສະມາຊິກ (AHIA). ​ແຈ້ງ​ຂ່າວ​ໃນ​ວັນ​ດຽວ​ກັນ​ຂອງ​ຄະ​ນະ​ເລຂາ ອາ​ຊຽນ ​ໃຫ້​ຮູ້​ວ່າ: ນອກຈາກ​ສຸມ​ໃສ່​ເຂົ້າ​ບັນຫາລະບົບ​ສະໜອງ ​ອາ​ຊຽນ ​ເປັນ​ຕົ້ນ, ​ເວທີ​ປາ​ໄສ​ປີ​ນີ້ຍັງ​ປຶກສາ​ຫາລື ກ່ຽວ​ກັບ​ບົດບາດ​ຂອງ ອາ​ຊຽນ ​ໃນ​ລະບົບ​ຄຸນ​ຄ່າ ກໍ່​ຄືເຮັດ​ແນ​ວ​ໃດ​ເພື່ອ​ໃຫ້​ອາ​ຊຽນ ອາດ​ຈະ​ເພີ່ມ​ທະວີ ​ແລະ ​ເປີດ​ກ້ວາງ​ທີ່​ຕັ້ງ​ບົດບາດ​ຂອງ​ຕົນ​​ລະບົບ​ສະໜອງ​ທົ່ວ​ໂລກ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່ Bandar Seri Begawan, ຜູ້ຕາງໜ້າ 16 ປະ​ເທດ​ພາກ​ພື້ນ ອາຊີ - ປາຊີ​ຟິກ ກໍ່​ເລີ່​ມຕົ້ນ​ການ​ເຈລະຈາ​ຂັ້ນ​ລັດຖະມົນຕີ​ຄັ້ງ​ທຳ​ອິດ, ມຸ້ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ 1 ​ໃນ​ບັນດາ​ກຸ່ມ​ການ​ຄ້າ​ເສລີ​ໃຫຍ່ກ່ວາ​ໝູ່​ຂອງ​ໂລກ. ຄາດ​ວ່າ, ລັດຖະມົນຕີ 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ 6 ປະ​ເທດ​ຄູ່​ຮ່ວມ​ມື​ພາກ​ພື້ນ​ລວມມີ: ຈີນ, ຍີ່​ປຸ່ນ, ສ ​ເກົາຫຼີ, ອິນ​ເດຍ, ອົດ​ສະ​ຕາ​ລີ ​ແລະ ນິວຊີ​ແລນ, ຈະ​ປຶກສາ​ຫາລື​ບັນດາ​ວິທີ​ສົ່ງ​ເສີມ​ການ​ເຈະລຈາ​ຄັ້ງ​ຕ່າງໆ​ກ່ຽວ​ກັບ​ການ​ຫລຸດຜ່ອນ ​ແລະ ລົບ​ລ້າງ​ຮົ້ວ​ກີດຂວາງດ້ານ​ພາສີ​ໃນ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດຮອບດ້ານພາກ​ພື້ນ​(RCEF).

 

 

ຂ່າວ/ບົດ​ອື່ນ