ເວ​ທີ​ປາ​ໄສ​ລະ​ດັບ​ຊາດ​ປະ​ຈຳປີ “ວັດ​ທະ​ນະ​ທຳ​ກັບ ວິ​ສາ​ຫະ​ກິດ” ຈະ​​​ຖືກ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້

(VOVWORLD) -ວັນທີ 5 ທັນວາ ຈະມາເຖິງ, ຢູ່ຮ່າໂນ້ຍ ຈະດຳເນີນເວທີປາໄສລະດັບຊາດປະຈຳປີ “ວັດທະນະທຳ ກັບ ວິສາຫະກິດ”. ເວທີປາໄສປີນີ້ ມີຫົວຂໍ້ວ່າ “ການປະສົມປະສານ ວັດທະນະທຳ - ພື້ນຖານຟື້ນຟູ ແລະ ພັດທະນາເສດຖະກິດແບບຍືນຍົງ”
ເວ​ທີ​ປາ​ໄສ​ລະ​ດັບ​ຊາດ​ປະ​ຈຳປີ “ວັດ​ທະ​ນະ​ທຳ​ກັບ ວິ​ສາ​ຫະ​ກິດ” ຈະ​​​ຖືກ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້ - ảnh 1ການພົບປະກັບສື່ມວນຊົນ (ພາບ:  kinhtedothi.vn)

ຄາດວ່າ ຈະມີການເຂົ້າຮ່ວມຂອງນັກທຸລະກິດກ່ວາ 300 ຄົນ, ພ້ອມກັບຜູ້ຕາງໜ້າການນຳພັກ, ລັດ. ຄະນະຈັດຕັ້ງເຊື່ອໝັ້ນວ່ານີ້ທັງແມ່ນບ່ອນສົ່ງສານບັ້ນປຸກລະດົມ “ການສ້າງວັດທະນະທຳວິສາຫະກິດ ຫວຽດນາມ” ຕາມມະຕິເລກທີ 248 ຂອງລັດຖະບານ, ທັງສ້າງເງື່ອນໄຂ, ກາລະໂອກາດເພື່ອໃຫ້ວົງການນັກທຸລະກິດ - ວິສາຫະກິດສະແດງກຳລັງແຮງດ້ານວັດທະນະທຳ ວິສາຫະກິດ. ສຳຄັນກ່ວານັ້ນ, ແມ່ນກາລະໂອກາດເພື່ອໃຫ້ບັນດານັກທຸລະກິດແບ່ງປັນການຮັບມື, ຮ່ວມເດີນທາງກັບວົງຄະນະຍາດສັງຄົມ ແລະ ສະເໜີແນະ ກົນໄກ, ນະໂຍບາຍ, ຊຸກຍູ້ການແກ້ໄຂຄວາມຫຍຸ້ງຍາກ, ປະກອບສ່ວນຟື້ນຟູ, ພັດທະນາເສດຖະກິດຂອງປະເທດຊາດ, ພາຍຫຼັງບັນດາຜົນກະທົບຢ່າງຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ