ເວທີປາໄສວິທະຍາສາດເສດຖະກິດຫວຽດນາມ2016-2020

ເວທີປາໄສວິທະຍາສາດເສດຖະກິດຫວຽດນາມ2016-2020 - ảnh 1
(ພາບປະກອບ)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 4/9, ຢູ່​ຮ່າ​ໂນ້ຍ, ຄະນະ​ເສດຖະກິດ​ສູນ​ກາງ​ສົມທົບ​ກັບ​ສະຫະ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ ຫວຽດນາມ ຈັດ​ຕັ້ງ​ເວທີ​ປາ​ໄສ​ວິທະຍາສາດ “​ເສດຖະກິດ ຫວຽດນາມ 2016 – 2020 - ການ​ບຸກທະ​ລຸ​ພັດທະນາຈຳນວນ​ໜຶ່ງ”. ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ມີ​ຜູ້​ແທນ​ເກືອບ 200 ຄົນ​ທີ່​ຕາງໜ້າ​​ໃຫ້ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ຫົວໜ່ວຍ​ຄົ້ນຄວ້າ​ຕ່າງໆ​ພ້ອມກັບ​ບັນດາ​ນັກ​ຊ່ຽວຊານ, ນັກວິທະຍາສາດ

        ​​ເກືອບ 5 ປີຜ່ານມາ, ພື້ນຖານ​ເສດຖະກິດ ຫວຽດນາມ ​ໄດ້​ຜ່ານ​ຜາ​ຄວາມຫຍຸ້ງ​ຍາ​ກ, ສິ່ງ​ທ້າ​ທາຍຫລາຍ​ຢ່າງ, ຂອບ​ຂະໜາດ ​ແລະ ກຳລັງ​​ບົ່ມ​ຊ້ອນ​ຖືກ​ຍົກ​ສູງ​ຢ່າງ​ຈະ​ແຈ້ງ. ​ໂຄງ​ປະກອບ​ເສດຖະກິດ​ສືບ​ຕໍ່​ຫັນປ່ຽນ​ຕາມ​ທິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ…​​ເຖິງ​ຢ່າງ​​ໃດ​ກໍ່ຕາມ ຍັງ​ມີຫລາຍ​ຄາດໝາຍ, ໜ້າ​ທີ່ ​ເຊິ່ງກອງ​ປະຊຸມ​ໃຫຍ່ ຊຸດ​ທີ 11, ສຸນ​ກາງ ​ແລະ ສະພາ​ແຫ່ງ​ຊາດ ​ໄດ້​ວາງ​ອອກ​​ຍັງ​ບໍ່ທັນ​ບັນລຸ​ໄດ້ເທື່ອ. ທ່ານຮອງ​ຫົວໜ້າ​ຄະນະ​ເສດ​ຖະກິດສູນ​ກາງ ດິງວັນ​ເກືອ​ງ ຖື​ວ່າ:

        “ສ້າງ​ການບຸກທະລຸ​ໃນ​ການ​ຊຸກຍູ້​ວິວັ​ດການ​ສ້າງ​ໂຄງ​ປະກອບ​ຄືນ​​ໃໝ່, ​ແກ້​ໄຂ​ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ຂອງ​ພື້ນຖານ​ເສດຖະກິດ ​ເພື່ອ​​ແນ​ໃສ່ຍູ້​ແຮງ​ການ​ສ້າງໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​ໃໝ່ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ​ຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບ, ​ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງ, ຮັບປະກັນ​ການ​ພັດທະນາ​ວ່ອງ​ໄວ ​ແລະ ໝັ້ນຄົງ, ຍົກ​ສູງ​ລະດັບ​ພັດທະນາ ​ແລະ ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ບັນດາ​ຂະ​ແໜງ, ວິ​ສາ​ຫະກິດ, ຜະລິດ​ຕະພັນ ​ແລະ ພື້ນຖານ​ເສດຖະກິດ.”

        ​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການດຳ​ເນີນ​ທຸລະ​ກິດ ​ແລະ ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ແຫ່ງ​ຊາດ​ໃນ​ໄລ​ຍະ​ຈະມາ​ເຖິງ, ບັນດາ​ນັກ​ປາຖະກະຖາ​ສະ​ເໜີ​​ວ່າ: ຕ້ອງມຸ່ງ​ໄປ​ເຖິງ​ຮູບ​ແບບ​ເຕີບ​ໂຕ​ອີງ​ໃສ່​ສະມັດ​ຕະພາບ ​ແລະ ​ປະສິດທິ​ຜົນ, ມຸ່ງ​ໄປ​ເຖິງ​ການ​ພັດທະນາຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ.





ຂ່າວ/ບົດ​ອື່ນ