ເວທີປາໄສວິສາຫະ ກິດພັດທະນາແບບ ຍືນຍົງຫວຽດນາມປີ 2014


ເວທີປາໄສວິສາຫະ ກິດພັດທະນາແບບ ຍືນຍົງຫວຽດນາມປີ 2014 - ảnh 1

 ຜູ້​ແທນ​ເຂົ້າຮ່ວມ​ເວທີ​ປາ​ໄສ

(ພາບ: http://m.tuoitre.vn)

 (vovworld)- ​ຕອນ​​ເຊົ້າວັນ​ທີ 21/2,  ຢູ່​ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳຫວຽດນາມ, ສະພາ​ວິ​ສາ​ຫະກິດ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຫວຽດນາມ ​ແລະ ສະພາ​ອັງກິດ-​ຫວຽດນາມ ​ໄດ້​ພ້ອມ​ກັນ​ຈັດເວທີ​ປາ​ໄສ​ວິ​ສາ​ຫະກິດ​ພັດທະນາ​ແບບ​ຍືນ​ຍົງຫວຽດນາມ​​ປີ 2014. ​ເວທີ​ປາ​ໄສ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ້ດຶກ​ດາມ ​ແລະ ຜູ້​ແທນ 200 ກ່ວາ​ທ່ານ​ຊື່​ງຕາງໜ້າ​ໃຫ້ບັນດາ​ອົງການ​ຈັດຕັ້ງສາກົນ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ບັນດາ​ວິ​ສາ​ຫະກິດ ​ແລະ ສະຫະ​ສະມາຄົມ​ວິ​ສາ​ຫະກິດ.

  ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ້ດຶກ​ດາມ, ປະທານ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ເນັ້ນໜັກ​ວ່າ:

   “ດ້ວຍ​ປະຊາກອນ​ເກືອບ 100 ລ້ານ​ຄົນ​ຄື​ປະຈຸ​ບັນ ​ແລະ ​ໃນ​ສະພາບ​ການ​ທີ່​ອາ​ຊຽນ ຈະ​ສ້າງປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ກໍ່​ເຊັ່ນ​ດຽວ​ກັນ​ກັບ​ບັນດາ​ສັນຍາ​ການ​ຄ້າການ​ລົງທຶນທີ່​ພວມ​ໄດ້​ຮັບ​ການ​ເຈລະຈາ​ນັ້ນ, ຫວຽດນາມ ພວມ​ຢືນ​ຢູ່​ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ຢູ່​ລະດັບ​ເພື່ອ​ຮັດ​ແຄບ​ຄວາມ​ຜິດ​ໂຕນ​ກັບ​ບັນດາ​ປະ​ເທດ​ໃກ້​ຄຽງ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໂລກ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກ່ວາ. ​ເພື່ອ​ເຮັດ​​ໄດ້​ສິ່ງ​ດັ່ງກ່າວ, ລັດຖະບານ​ກຳນົດ​ປີ 2014 ​ແລະ ຊຸມ​ປີ​ຈະ​ມາ​ເຖິງ ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ພ້ອມ​ກັບ​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ບັນດາ​ອົງການຈັດຕັ້ງມະ​ຫາຊົນ​ໃນ​ທົ່ວ​ສັງຄົມ​ປົວ​ແປງ​ສະພາ​ບແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ“./.

ຂ່າວ/ບົດ​ອື່ນ