ເວທີປາໄສວິສາຫະກິດ ຫວຽດນາມ - ສະຫະພັນລັດເຊຍ

(VOVWORLD) - ເວທີປາໄສເພື່ອແນໃສ່ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບກາລະໂອກາດຮ່ວມມືການຄ້າ - ການລົງທຶນຢູ່ ສະຫະພັນລັດເຊຍ, ບັນດານະໂຍບາຍບຸລິມະສິດຂອງລັດຖະບານ 2 ປະເທດ, ຮຽກຮ້ອງຕ້ອງການກ່ຽວກັບຄຸນນະພາບ ແລະ ລະບຽບການສຳລັບສິນຄ້າສົ່ງອອກໄປຍັງ ລັດເຊຍ…
ເວທີປາໄສວິສາຫະກິດ ຫວຽດນາມ - ສະຫະພັນລັດເຊຍ - ảnh 1 ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ

ເວທີປາໄສວິສາຫະກິດ ຫວຽດນາມ - ສະຫະພັນລັດເຊຍ ໂດຍກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ) ສົມທົບກັບກະຊວງພັດທະນາເສດຖະກິດ ລັດເຊຍ ຈັດຕັ້ງໃນວັນທີ 13 ທັນວາ, ຢູ່ສູນກອງປະຊຸມວາງສະແດງສາກົນ ມົດສະກູ (EXPOCENTER) - ສະຫະພັນລັດເຊຍ. ເວທີປາໄສເພື່ອແນໃສ່ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບກາລະໂອກາດຮ່ວມມືການຄ້າ - ການລົງທຶນຢູ່ ສະຫະພັນລັດເຊຍ, ບັນດານະໂຍບາຍບຸລິມະສິດຂອງລັດຖະບານ 2 ປະເທດ, ຮຽກຮ້ອງຕ້ອງການກ່ຽວກັບຄຸນນະພາບ ແລະ ລະບຽບການສຳລັບສິນຄ້າສົ່ງອອກໄປຍັງ ລັດເຊຍ…

        ເນື່ອງໃນໂອກາດນີ້, ບັນດາວິສາຫະກິດ ຫວຽດນາມ ໄດ້ແນະນຳ ກ່ຽວກັບບັນດາຂະແໜງສິນຄ້າທີ່ເປັນທ່າແຮງຄື: ການປຸງແຕ່ງຜະລິດຕະພັນກະເສດ, ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງສິລະປະຫັດຖະກຳ… ເຖິງຄູ່່ຮ່ວມມືລັດເຊຍ.

        ເຂົ້າຮ່ວມເວທີປາໄສ, ທ່ານ ເທີນວັນຮູ່ງ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນ Visimix ດຳເນີນທຸລະກິດປຸງແຕ່ງບັນດາປະເພດສິນຄ້າຜະລິດຕະພັນກະເສດສົ່ງອອກ, ໃຫ້ຮູ້ວ່າ:

        “ປະຈຸບັນ, ພວກຂ້າພະເຈົ້າພວມສົ່ງອອກບັນດາປະເພດສິນຄ້າ ໝາກໝ່ວງຫິມະພານ, ໝາກພິກໄທ, ເປືອກແຄະ ໄປຍັງຕະຫຼາດນີ້ຫຼາຍພໍສົມຄວນແລ້ວ. ເຖິງຢ່າງໃດກໍ່ຕາມ ໂດຍຮັບຮູ້ວ່າ ຕະຫຼາດ ລັດເຊຍ ແມ່ນຕະຫຼາດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ພວກຂ້າພະເຈົ້າຢາກ ເຂົ້າຮ່ວມເວທີປາໄສນີ້ເພື່ອພິຈາລະນາສະພາບການຕົວຈິງຂອງຕະຫຼາດ, ພົບປະກັບເພື່ອນມິດລັດເຊຍ ເພື່ອສາມາດເພີ່ມທະວີບັນດາລູກຄ້າ, ພິຈາລະນາຄວາມຕ້ອງການຕົວຈິງຂອງເຂົາເຈົ້າເພື່ອຍົກອອກບັນດາຜະລິດຕະພັນຫຼາຍຮູບຫຼາຍແບບກ່ວາອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ