ເວທີປາໄສວິສາຫະກິດ ຫວຽດນາມ - ອິດສະຣາແອັນ ຈະຈັດຂຶ້ນໃນວັນທີ 16 ສິງຫາ, ຢູ່ ຮ່າໂນ້ຍ

(VOVWORLD) - ເວທີປາໄສວິສາຫະກິດ ຫວຽດນາມ - ອິດສະຣາແອັນ ຈະໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 16 ສິງຫາ ຈະມາເຖິງນີ້
ເວທີປາໄສວິສາຫະກິດ ຫວຽດນາມ - ອິດສະຣາແອັນ ຈະຈັດຂຶ້ນໃນວັນທີ 16 ສິງຫາ, ຢູ່ ຮ່າໂນ້ຍ - ảnh 1(ພາບປະກອບ: hanoimoi.vn)

        ວັນທີ 10 ສິງຫາ, ສະຖານທູດ ອິດສະຣາແອັນ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ເວທີປາໄສວິສາຫະກິດ ຫວຽດນາມ - ອິດສະຣາແອັນ ຈະໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 16 ສິງຫາ ຈະມາເຖິງນີ້, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ອຸດສາຫະກຳ ອິດສະຣາແອັນ Nir Barkat.

        ໃນວັນທີ 15 ສິງຫາ, ເວທີປາໄສກໍ່ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ, ເວທີປາໄສນີ້ຈະມີການເຂົ້າຮ່ວມຂອງການນຳກົມສົ່ງເສີມການຄ້າ ແລະ ການນຳບັນດາຫົວໜ່ວຍວິຊາສະເພາະຂອງກະຊວງອຸດສາຫະກຳ ການຄ້າ ຫວຽດນາມ; ສະຖາບັນສົ່ງອອກ ອິດສະຣາແອັນ, ຜູ້ຕາງໜ້າສະຖານທູດ ອິດສະຣາແອັນ ປະຈຳ ຫວຽດນາມ, ບັນດາຫົວໜ່ວຍຂຶ້ນກັບກະຊວງເສດຖະກິດ ແລະ ອຸດສາຫະກຳ ອິດສະຣາແອັນ ແລະ ຜູ້ຕາງໜ້າບັນດາວິສາຫະກິດ ອິດສະຣາແອັນ ໃນຫຼາຍຂົງເຂດ, ຄື: ກະສິກຳເຕັກໂນໂລຊີສູງ; ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ; ເຄື່ອງອຸປະກອນການແພດ… ທີ່ເວທີປາໄສ, ອິດສະຣາແອັນ ແລະ ວິສາຫະກິດ ຫວຽດນາມ ຈະເຊັນບົນບັນທຶກຊ່ວຍຈຳຈຳນວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ