ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ເຕັກ​ໂນ​ໂລ​ຢີ​ສູງ ຫວຽດ​ນາມ - ໂຮນ​ລັງ

(VOVWORLD) -  ຕອນບ່າຍວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ເຂົ້າຮ່ວມເວທີປາໄສວິສາຫະກິດເຕັກໂນໂລຢີສູງ ຫວຽດນາມ - ໂຮນລັງ.
ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ເຕັກ​ໂນ​ໂລ​ຢີ​ສູງ ຫວຽດ​ນາມ - ໂຮນ​ລັງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VOV)

ກ່າວຄຳເຫັນຢູ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ໄດ້ກຳນົດຊຸກຍູ້ນະວັດຕະກຳ, ໝູນໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ ຢ່າງແຮງ ແມ່ນການເລືອກເຟັ້ນທີ່ມີລັກສະນະບຸກທະລຸຍຸດທະສາດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ໂຮນລັງ ໜູນຊ່ວຍ ຫວຽດນາມ ໃນການສ້າງ, ຄົ້ນຄວ້າ, ສຳຫຼວດກວດຄືນ ແລະ ສ້າງບັນດາກົນໄກ, ນະໂຍບາຍໃນຂົງເຂດເຕັກໂນໂລຢີສູງ; ຮ່ວມມືໃນບັນດາການເຄື່ອນໄວພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອພ້ອມກັນຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືດຳເນີນທຸລະກິດຢ່າງມີປະສິດທິຜົນ, ປະສົບຜົນສຳເລັດ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ສອງປະເທດ.

        ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໃຫ້ຮູ້ວ່າ ໂຮນລັງ ຈະເພີ່ມທະວີການຮ່ວມມື, ລົງທຶນເຂົ້າໃນບັນດາຂົງເຂດເຕັກໂນໂລຢີສູງຢູ່ ຫວຽດນາມ, ໃນບັນດາຂະແໜງທີ່ ຫວຽດນາມ ມີຄວາມຕ້ອງການ ແລະ ໂຮນລັງ ມີທ່າແຮງ; ພິຈາລະນາຄຳສະເໜີຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ກ່ຽວກັບການຄັດເລືອກ ແລະ ເຂົ້າຮ່ວມການຮ່ວມມື, ລົງທຶນຢ່າງແຮງ ແລະ ຮອບດ້ານຢູ່ ຫວຽດນາມ ຜ່ານສູນນະວັດຕະກຳແຫ່ງຊາດ ແລະ ບັນດາເຂດອຸດສາຫະກຳສູງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ