ເວທີປາໄສວິສາຫະກິດກັບເສດຖະກິດ, ການເຕີບໂຕ ແລະ ປົກປັກຮັກສາສິ່ງແວດລ້ອມ

(VOVWORLD) - ຕອນບ່າຍວັນທີ 06 ສິງຫາ, ທີ່ນະຄອນ Kanazawa, ແຂວງ Ishikawa, ຍີ່ປຸ່ນ, ສະຫະສະມາຄົມວິສາຫະກິດເຂດ Kanseikei ໄດ້ຈັດຕັ້ງເວທີປາໄສທຸລະກິດຄັ້ງທີ 1 ດ້ວຍຫົວຂໍ້ວ່າ “ວິສາຫະກິດກັບເສດຖະກິດ, ການເຕີບໂຕ ແລະ ປົກປັກຮັກສາສິ່ງແວດລ້ອມ”. ເວທີປາໄສໄດ້ດຶງດູດການເຂົ້າຮ່ວມຂອງບັນດາວິສາຫະກິດ ຍີ່ປຸ່ນ, ຫວຽດນາມ ແລະ ຜູ້ຕາງໜ້າຄະນະກຳມະການປະຊາຊົນນະຄອນ ເກິນເທິ.
ເວທີປາໄສວິສາຫະກິດກັບເສດຖະກິດ, ການເຕີບໂຕ ແລະ ປົກປັກຮັກສາສິ່ງແວດລ້ອມ - ảnh 1 ເວທີປາໄສວິສາຫະກິດກັບເສດຖະກິດ, ການເຕີບໂຕ ແລະ ປົກປັກຮັກສາສິ່ງແວດລ້ອມ

        ກ່າວຄຳເຫັນນະທີ່ນີ້, ທ່ານ ຫວໍເຕິນແທງ, ຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຊີ້ແຈ້ງວ່າ ໃນໄລຍະຜ່ານມາ, ບັນດາວິສາຫະກິດໃຫຍ່ຂອງ ຫວຽດນາມ ໄດ້ມີຄວາມຮັບຮູ້ຢ່າງຖືກຕ້ອງຕາມການພັດທະນາທຳການຜະລິດ ແຕ່ຍັງຮັບປະກັນສິ່ງແວດລ້ອມ, ມຸ່ງໄປເຖິງການພັດທະນາແບບຍືນຍົງຍາວນານ. ທ່ານ ຫວໍເຕິນແທງ ກ່າວວ່າ:

        “ພວກຂ້າພະເຈົ້າພະຍາຍາມພັດທະນາເສດຖະກິດແບບຍືນຍົງ. 3 ເສົາຄ້ຳຕົ້ນຕໍ ເພື່ອພັດທະນາລວມມີ ບັນລຸລະດັບການພັດທະນາເສດຖະກິດສູງ; ທີສອງ ແມ່ນຮັບປະກັນການພັດທະນາມີຄວາມກົມກຽມ, ຍຸຕິທຳສັງຄົມ ແລະ ທີສາມແມ່ນຮັບປະກັນສິ່ງແວດລ້ອມ”.

ຕອບກັບ

ຂ່າວ/ບົດ​ອື່ນ