ເວທີປາໄສວິສາຫະກິດນະຄອນໂຮ່ຈີມິນ-ອາເມລິກາ

(VOVWORLD) -ນະຄອນໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຈະຮ່ວມມື, ຮ່ວມເດີນທາງພ້ອມກັບບັນດາຄູ່ຮ່ວມມືທີ່ມາຈາກອາເມລິກາ.

ເວທີປາໄສວິສາຫະກິດນະຄອນໂຮ່ຈີມິນ-ອາເມລິກາ - ảnh 1 ທ່ານ ຫງວຽນທ້ຽນເຍິນ, ກ່າວຄຳເຫັນທີ່ເວທີປາໄສ

(ພາບ: sggp.org.vn)

ຕອນເຊົ້າວັນທີ 25 ສິງຫາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ສົມທົບກັບສະຖານກົງສູນໃຫຍ່ອາເມລິກາ ແລະ ສະຫະສະມາຄົມການຄ້າອາເມລິກາ  ປະຈຳນະຄອນໂຮ່ຈີມິນ (Amcham) ໄດ້ຈັດເວທີປາໄສວິສາຫະກິດນະຄອນໂຮ່ຈີມິນ - ອາເມລິກາ ດ້ວຍຫົວຂໍ້ວ່າ “ຊຸກຍູ້ການພົວພັນຄູ່ຮ່ວມມື, ການປະດິດຄິດສ້າງເພື່ອອະນາຄົດມີຄວາມວັດທະນາຖາວອນ”. ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈີມິນ ຖືວ່າ: ນະຄອນໂຮ່ຈີມິນ ມີກາລະໂອກາດໃຫຍ່ຫຼາຍຢ່າງໃຫ້ແກ່ການລົງທຶນເຕັກໂນໂລຊີ ຫຼື ບັນດາມາດຕະການແກ້ໄຂກ່ຽວກັບປັນຍາປະດິດ (AI). ນະຄອນໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຈະຮ່ວມມື, ຮ່ວມເດີນທາງພ້ອມກັບບັນດາຄູ່ຮ່ວມມືທີ່ມາຈາກອາເມລິກາ.

        “ຜົນສຳເລັດຂອງພວກເພື່ອນກໍ່ແມ່ນຜົນສຳເລັດຂອງພວກຂ້າພະເຈົ້າ. ເຖິງວ່າໂລກລະບາດໂຄວິດ-19 ພວມແຜ່ລະບາດ ແລະ ບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດກໍ່ຕາມ, ແຕ່ທັງ 2 ປະເທດຕ້ອງສືບຕໍ່ບືນຕົວຂຶ້ນສູ່ທາງໜ້າ. ອາເມລິກາ ແລະ ຫວຽດນາມ ຕົກລົງໄປພ້ອມໆກັນ, ຮ່ວມມືກັນເພື່ອພັດທະນາການພົວພັນຮ່ວມມືມິດຕະພາບທີ່ມີມາກ່ອນນີ້ 25 ປີແລ້ວ. ນະຄອນໂຮ່ຈີມິນ ມີທີ່ຕັ້ງສຳຄັນທີ່ສຸດໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ, ສະນັ້ນຕ້ອງຍົກລະດັບການພົວພັນລະຫວ່າງບັນດາອົງການຄູ່ຮ່ວມມືຂອງພວກເຮົາໃນໄລຍະຈະມາເຖິງ”.

        ເນື່ອງໃນໂອກາດນີ້, ພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນໂຮ່ຈີມິນ ໄດ້ລົງນາມໃນຂໍ້ຕົກລົງອຸປະຖຳກັບອົງການການຄ້າ ແລະ ພັດທະນາອາເມລິກາ ໃຫ້ແກ່ໂຄງການ “ໜູນຊ່ວຍເຕັກນິກການກໍ່ສ້າງສູນບໍລິຫານຕົວເມືອງອັດສະລິຍະໃຫ້ແກ່ນະຄອນໂຮ່ຈີມິນ” ດ້ວຍຍອດມູນຄ່າໜູນຊ່ວຍດ້ານເຕັກນິກແມ່ນເກືອບ 1,5 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ