ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ພາກ​ພື້ນ ສິງ​ກະ​ໂປ 2023 ຈະ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ

(VOVWORLD) - ນີ້ແມ່ນປີທີ 7 ເວທີປາໄສໄດ້ຈັດຂຶ້ນ ແລະ ເປັນປີທຳອິດໄດ້ຈັດຕັ້ງຢູ່ນອກປະເທດສິງກະໂປ, ດ້ວຍເປົ້າໝາຍເພີ່ມທະວີການຮ່ວມມືໃນພາກພື້ນ, ຊອກຫາກາລະໂອກາດຳເນີນທຸລະກິດແບບຍືນຍົງ
ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ພາກ​ພື້ນ ສິງ​ກະ​ໂປ 2023 ຈະ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ - ảnh 1ພາບປະກອບ:  SBF

ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ສົມທົບກັບສະຫະພັນ ວິສາຫະກິດ ສິງກະໂປ ຈັດເວທີປາໄສວິສາຫະກິດໃນພາກພື້ນ ສິງກະໂປ (SRBF) ຄັ້ງທີ 7 ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືໃນພາກພື້ນ ເພື່ອການເຕີບໂຕແບບຍືນຍົງ”. ເວທີປາໄສຈະດຳເນີນໃນວັນທີ 7 ກໍລະກົດ ຢູ່ຮ່າໂນ້ຍ.

ເຂົ້າຮ່ວມເວທີປາໄສມີການນຳລັດຖະບານ ຫວຽດນາມ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີຢຸງ, ທ່ານ Tan Lee Seng ລັດຖະມົນຕີກະຊວງແຮງງານ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ປະເທດ ສິງກະໂປ ແລະ ທ່ານ ຫງວຽນຮົ່ງຢ້ຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງເພື່ອແນໃສ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງຝ່າຍ (1973 - 2023) ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2013 – 2023) ລະຫວ່າງສິງກະໂປ ແລະ ຫວຽດນາມ. ນີ້ແມ່ນປີທີ 7 ເວທີປາໄສໄດ້ຈັດຂຶ້ນ ແລະ ເປັນປີທຳອິດໄດ້ຈັດຕັ້ງຢູ່ນອກປະເທດສິງກະໂປ, ດ້ວຍເປົ້າໝາຍເພີ່ມທະວີການຮ່ວມມືໃນພາກພື້ນ, ຊອກຫາກາລະໂອກາດຳເນີນທຸລະກິດແບບຍືນຍົງ, ເປີດກວ້າງການພົວພັນດ້ານເສດຖະກິດ ແລະ ສ້າງຄວາມສະໜິດຕິດພັນລະຫວ່າງ ສິງກະໂປ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ