ເວທີປາໄສວິສາຫະກິດຫວຽດນາມ ຢູ່ເອີລົບ ຄັ້ງທີ 6

ເວທີປາໄສວິສາຫະກິດຫວຽດນາມ ຢູ່ເອີລົບ ຄັ້ງທີ 6 - ảnh 1

ທ່ານ​ນາງ ​ເຈືອງ​ໝີ​ຮວາ ກ່າວ​ຄຳ​ເຫັນ​ທີ່​ເວລທີ​ປາ​ໄສ

(ພາບ:bao moi.com)

(VOV)- ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ເອີ​ລົບ ຄັ້ງທີ 6 ຫາ​ກໍ່​ດຳ​ເນີນ​ໄປ​ໃນວັນ​ທີ 27/10 ຢູ່​ນະຄອນຫຼວງ ປຣາຮາ ປະ​ເທດ ສ​ເຊັກ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ປະມານ 200 ວິ​ສາ​ຫະກິດ​ຫວຽດນາມ ທີ່​ມາ​ຈາ​ກ 12 ປະ​ເທດ. ​ເວທີ​ປາ​ໄສ​ມີ​ຫວົຂໍ້​ວ່າ: “ພັດທະນາ​ລະບົບ​ຂາຍຍ່ອຍ, ລະບົບຮ້ານ​ກິນ​ດື່ມ ​ແລະ ບັນດາ​ການ​ບໍລິການ, ປະກອບສ່ວນ​ຮັກສາ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​​ເອີລົບ ​ເປັນ​ປົກກະຕິ“. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ ​ເຈືອງ​ໝີ​ຮວາ, ອະດີດ​ປະທານ​ສະມາຄົມ​ອາລັກຂາ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເວົ້າວ່າ:

  “​ໃນ​ສະພາບ​ການ​​ເສດຖະກິດໂລກປະສົບ​ກັບ​ຄວາມ​ຫຍູ້​ງຍາກ ຊື່​ງ​ໄດ້​ກະທົບ​ເຖິງ​ທຸກໆ​ປະ​ເທດ, ຂ້າພະ​ເຈົ້າ​ເຫັນ​ວ່າ​ວິ​ສາ​ຫະກິດ​ຫວຽດນາມ​ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ລ້ວນ​ແຕ່​ບໍ່​ໄດ້​ລໍຄອຍ, ​ໄດ້​ພະຍາຍາມ​ເພື່ອ​ຊອກ​ຫາ​ທິດ​​ເດີນໃໝ່​ຂອງ​ຕົນ, ສູ້​ຊົນ​ເພື່ອ​ບື່ນຕົວ​ຂຶ້ນ. ນັ້ນ​ແມ່ນ​ຈິດ​​ໃຈຫວຽດນາມ, ຈິດ​ໃຈ​ແຫ່ງ​ການ​ປະຕິວັດ“.

ຂ່າວ/ບົດ​ອື່ນ