ເວທີປາໄສວິສາຫະກິດຫວຽດນາມຢູ່ການາດາ

ເວທີປາໄສວິສາຫະກິດຫວຽດນາມຢູ່ການາດາ - ảnh 1
ເວທີປາໄສວິສາຫະກິດຫວຽດນາມຢູ່ການາດາ
(ພາບ: Vietnam+)


(vovworld) – ວັນ​ທີ 24/09, ​ເວທີ​ປາ​ໄສ​ວິ​ສາ​ຫະກິດຫວຽດນາມ ດ້ວຍ​ຫົວ​ຂໍ້​ວ່າ “​ມຸ່ງ​ໄປ​ສູ່​ພາຍ​ພາກ​ໜ້າ: ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດຢູ່​ຫວຽດນາມ ​ໃນ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ”, ​ໂດຍ​ສະພາ​ການ​ຄ້າ​ຫວຽດນາມ - ກາ​ນາ​ດາ, ສະຖານທູດ​ຫວຽດນາມ ປະຈຳ​ກາ​ນາ​​ດາ ​ແລະ ​ແຂວງ Ontario, ສົມທົບ​ກັນ​ຈັດ​ຕັ້ງ​ຢູ່​ນະຄອນ Toronto. ​ເວທີ​ປາ​ໄສ​​ໄດ້​ດຶງ​ດູດການ​ເຂົ້າ​ຮ່ວມຂອງ​ນັກທຸລະກິດ​ກາ​ນາ​ດາ, ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ກາ​ນາ​ດາ ພ້ອມ​ກັບ​ບັນດາ​ເຈົ້າໜ້າ​ທີ່​ແຂວງ Ontario ​ເກືອບ 80 ຄົນ. ທີ່​​ເວທີ​ປາ​ໄສ, ທ່ານ​ Michael Thompson, ກຳມະການສະພາ​ນະຄອນ Toronto, ປະທານ​ຄະນະ​ກຳມະການ​ພັດທະນາ ຢືນຢັນວ່າ, ກາ​ນາ​ດາ ຖື​ຫວຽດນາມ ​ແມ່ນ​ຕະຫຼາດ​ສາກົນ​ໃຫ້​ບຸລິມະ​ສິດ, ດ້ວຍ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ມີ​ຄວາມ​ສາມາດດຳ​ເນີນ​ທຸລະ​ກິດ. ທີ່​ເວທີ​ປາ​ໄສ, ຫວຽດນາມ ​ໄດ້​ສະໜອງ​ຂໍ້​ມູນ​ທີ່​ມີ​ຜົນ​ປະ​ໂຫຍ​ດກ່ຽວ​ກັບປະ​ເທດຊາດ, ຄວາມ​ສາມາດ​ບົ່ມ​ຊ້ອນ​ກໍ​ຄື​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ...
ຂ່າວ/ບົດ​ອື່ນ