ເວທີປາໄສວິສາຫະກິດຮັບມືກັບການປ່ຽນແປງຂອງ ດິນຟ້າອາກາດ

ເວທີປາໄສວິສາຫະກິດຮັບມືກັບການປ່ຽນແປງຂອງ ດິນຟ້າອາກາດ - ảnh 1
(ພາບປະກອບ)

(vovworld) - ​ ​ເວທີ​ປາ​ໄສວິສາຫະກິດຮັບມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 29/11, ຢູ່​ຮ່າ​ໂນ້ຍ, ຢູ່​ທີ່​ນີ້, ບັນດາ​ຜູ້​ແທນ​ໄດ້​ຊີ້​ໃຫ້​ເຫັນບັນດາ​ສິ່ງ​ທ້າ​ທາຍ ​ແລະ ກາລະ​ໂອາກດຂອງ​ວິ​ສາ​ຫະກິດ ​ເມື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​​​ເຕີ​ບ​ໂຕຂຽນ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ສິ່ງ​ທ້າທາຍ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ແມ່ນ​ເມື່ອ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຕາມ​ທິດ​ພັດທະນາ​ຂຽວ, ມີ​ຫຼາຍຂະ​ແໜງ​ອຸດສາຫະກຳ​ຖືກ​ຮັດ​ແຄບ​, ​ແຕ່​ກໍ່​ໄດ້​ເປີດ​ກາລະ​ໂອກາດ​ຫຼາຍ​ຢ່າງ​ໃຫ້​ບັນດາ​ຂະ​ແໜງອຸດສາຫະກຳ​ໃໝ່. ທ່ານ ຟ້າ​ມຮ່ວາງ​ມາຍ, ຫົວໜ້າ​ກົມ​ວິທະຍາສາດ, ສຶກສາ, ຊັບພະ​ຍອກ​ອນ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ໃຫ້​ຮູ້​ວ່າ.

   “​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ຈະ​ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີສ້າງ​ແຜນການ​ໃຫ້​ບຸລິມະສິດ​ດ້ານ​ອາກອນ​ລາຍ​ໄດ້ ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ​ເມື່ອສຳ​ພັດ​ກັບ​ແຫຼ່ງທຶນ, ຮັບ​ໃຊ້​ບັນດາ​ໂຄງການ ​ແລະ ສ້າງ​ບັນດາ​ກອງ​ທຶນ​​ແຕກ​ຕ່າງ​ກັນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ທະນາຄານ​ໂລກ​ກໍ່​ຈະ​ສ້າງ​ສູນ​ກ່ຽວ​ກັບ​ບັນດາ​ເຕັກ​ໂນ​ໂລ​ຊີ​ຂຽວ​, ​ເຕັກ​ໂນ​ໂລ​ຊີ​ສິ່ງ​ແວດ​ລ້ອມຢູ່​ຫວຽດນາມ ​ແລະ ອາດ​ຈະ​ໜູນ​ຊ່ວຍທຶນ​ສ່ວນ​ໜຶ່ງ​ໃນ​ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ.”

ຂ່າວ/ບົດ​ອື່ນ