ເວທີປາໄສສຸຂະພາບ ປະຈໍາປີ 2019

(VOVWORLD) -  ຕອນເຊົ້າວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ໄດ້ຈັດຕັ້ງ “ເວທີປາໄສ ສຸຂະພາບ ປະຈໍາປີ 2019”. 
ເວທີປາໄສສຸຂະພາບ ປະຈໍາປີ 2019 - ảnh 1 ເວທີປາໄສ ສຸຂະພາບ ປະຈໍາປີ 2019 (ພາບ:dangcongsan.vn)

ກ່່າວຄໍາເຫັນທີ່ເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຟຸ່ງດຶກຕ໊ຽນ, ຢ້ັງຢືນວ່າ ຢູ່ຫວຽດນາມ “ຍຸດທະສາດສຸຂະພາບແຫ່ງຊາດ, ໄລຍະ 2016 – 2020” ພວມໄດ້ຮັບການຜັນຂະຫຍາຍຢ່າງແຮງ ແລະ ມີປະສິດທິຜົນ. ຫວຽດນາມ ສືບຕໍ່ຢັ້ງຢືນ ແລະ ຍົກສູງບົດບາດເປັນປະເທດນໍາໜ້າໃນວຽກງານປ້ອງກັນ, ຕ້ານພະຍາດວໍ້ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ຜ່ານການຈັດຕັ້ງສໍາເລັດກອງປະຊຸມລະຫວ່າງຂະແໜງ ສາທາລະນະສຸກ - ກະສິກໍາ ພາກພື້ນ ອາຊຽນ ແລະ ຄູ່ຮ່ວມມື 3 ຝ່າຍ ກ່ຽວກັບການປ້ອງກັນ, ຕ້ານພະຍາດວໍ້; ກອງປະຊຸມສາກົນຄັ້ງທີ 21 ກ່ຽວກັບພະຍາດຕິດແປດທີ່ຫາກໍພົ້ນເດັ່ນໃນພາກພື້ນ ອາຊີ-ປາຊີຟິກ. ບັນດາການເຄື່ອນໄຫວດັ່ງກ່າວ ບໍ່ພຽງແຕ່ປະກອບສ່ວນນໍາ ຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດດີເດັ່ນໃນວຽກງານສຸຂະພາບເທົ່ານັ້ນ ຫາກຍັງຢັ້ງຢືນໃຫ້ເຫັນຄວາມເອົາໃຈໃສ່ ແລະ ຄໍາໝັ້ນສັນຍາຂອງລັດຖະບານຫວຽດນາມ ໃນວຽກງານປ້ອງກັນ, ຕ້ານພະຍາດຕິດແປດ ຈາກສັດສູ່ຄົນ...ທ່ານຮອງລັດຖະມົນຕີ ຟຸ່ງດຶກຕ໊ຽນ ເນັ້ນໜັກວ່າ:

        “ໃນຂອບເຂດການເຄື່ອນໄຫວຂອງຄູ່ຮ່ວມມື, ເວທີປາໄສ ສຸຂະພາບ ປະຈໍາປີ 2019 ແມ່ນ ກາລະໂອກາດທີ່ດີເພື່ອໃຫ້ພວກເຮົາ ພ້ອມກັນສະຫຼຸບຄືນບັນດາຜົນງານ ແລະ ຂໍ້ຫຍຸ້ງຍາກໃນປີຜ່ານມາ. ພ້ອມທັງກໍານົດບັນດາສິ່ງຕິດຂັດທີ່ຍັງຄົງຄ້າງ ກໍຄືບັນດາຊ່ອງຫວ່າງ ທີ່ຕ້ອງການມີການນໍາໃຊ້ນະໂຍຍາຍ ເພື່ອແນໃສ່ຍົກອອກບັນດາມາດຕະການແກ້ໄຂທີ່ເໝາະສົມ”.

ຕອບກັບ

ຂ່າວ/ບົດ​ອື່ນ