ເວທີປາໄສສົ່ງເສີມການຄ້າ, ການລົງທຶນຫວຽດນາມ - ກໍາປູເຈຍ 2018

(VOVWORLD) -ວັນທີ 14 ກັນຍາ, ທີ່ພະນົມເປັນ, ຫ້ອງການການຄ້າສະຖານທູດຫວຽດນາມ, ສະຫະພັນວິທະຍາສາດນັກທຸລະກິດ ຫວຽດນາມ,  ວາລະສານຊັບສິນທາງປັນຍາ ແລະ ປະດິດຄິດສ້າງ ແລະ ສະມາຄົມພັດທະນາການຮ່ວມມືເສດຖະກິດ ກໍາປູເຈຍ - ຫວຽດນາມ - ລາວ ໄດ້ສົມທົບກັບ ສະພາພັດທະນາ, ກະຊວງການຄ້າ, ຫ້ອງການ ການຄ້າກໍາປູເຈຍ ຈັດຕັ້ງເວທີປາໄສ “ສົ່ງເສີມການຄ້າ, ການລົງທຶນ ຫວຽດນາມ - ກໍາປູເຈຍ 2018” ຂຶ້ນ. 

ເວທີປາໄສສົ່ງເສີມການຄ້າ, ການລົງທຶນຫວຽດນາມ - ກໍາປູເຈຍ 2018 - ảnh 1 ເວທີປາໄສ “ສົ່ງເສີມການຄ້າ, ການລົງທຶນ ຫວຽດນາມ - ກໍາປູເຈຍ 2018”

(ພາບ: TTXVN)

ເມື່ອແບ່ງປັນກັບບັນດາວິສາຫະກິດເຂ້ົາຮ່ວມເວທີປາໄສ, ທ່ານ ຫວູກວາງມິນ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ກໍາປູເຈຍ ໄດ້ຊີ້ແຈ້ງເຖິງບັນດາຂໍ້ສະດວກຂອງສະພາບແວດລ້ອມແຫ່່ງການດໍາເນີນທຸລະກິດ, ການລົງທຶນຢູ່ກໍາປູເຈຍ, ທ່ານແບ່ງປັນວ່າ:

        “ປະເທດກໍາປູເຈຍ ພວມມີບັນດາບາດກ້າວພັດທະນາຢ່າງແຮງ, ພື້ນຖານເສດຖະກິດມະຫາພາກທີ່ໝັ້ນຄົງເຂັ້ມແຂງ, ມີລະດັບການເຕີບໂຕດ້ານເສດຖະກິດສູງ, ສະເລ່ຍແຕ່ປີ 2012 - 2017 ບັນລຸ 7%/ປີ, ຊີີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຍົກສູງຂຶ້ນ, ສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນສັງຄົມຢູ່ພາຍໃນປະເທດໄດ້ຮັບການຮັບປະກັນ.  ແຕ່ຕົ້ນປີ 2018 ມາຮອດປັດຈຸບັນ, ບັນດາກະຊວງ,ຂະແໜງການ, ທ້ອງຖິ່ນ ແລະ ບັນດາວິສາຫະກິດສອງປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືສໍາຄັນໃນທຸກຂົງເຂດ ການເມືອງ, ເສດຖະກິດ, ວັດທະນະທໍາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນ, ປະກອບສ່ວນນໍາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກໍາປູເຈຍ ສືບຕໍ່ພັດທະນາ ເພື່ອຜົນປະໂຫຍດຂອງສອງປະເທດ”.

        ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ Seang Boun Leang, ຮອງລັດຖະມົນຕີກະຊວງພາຍໃນ ກໍາປູເຈຍ, ປະທານສະມາຄົມ ພັດທະນາການຮ່ວມມືເສດຖະກິດ ກໍາປູເຈຍ - ຫວຽດນາມ - ລາວ, ໄດ້ຊີ້ແຈ້ງກ່ຽວກັບນະໂຍບາຍສົ່ງເສີມ, ດຶງດູດການລົງທຶນຈາກຕ່າງປະເທດຂອງລັດຖະບານ ກໍາປູເຈຍ, ພ້ອມທັງຢັ້ງຢືນວ່າ ລັດຖະບານ ກໍາປູເຈຍ ຍາມໃດກໍສ້າງເງື່ອນໄຂດີທີ່ສຸດ ເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດ ແລະ ຫວຽດນາມ ລົງທຶນເຂົ້າທຸກຂົງເຂດ ເສດຖະກິດ, ການຄ້າ, ອຸດສາຫະກໍາ, ກະສິກໍາ, ວິທະຍາສາດເຕັກໂນໂລຢີ... ທ່ານ Seang Boun Leang ເຊື່ອໝັ້ນວ່າ ເວທີປາໄສສົ່ງເສີມການຄ້າ, ການລົງທຶນ ຫວຽດນາມ - ກໍາປູເຈຍ ຈະແມ່ນກາລະໂອກາດທີ່ດີ ເພື່ອໃຫ້ທຸກວິສາຫະກິດຫວຽດນາມ ກໍຄື ກໍາປູເຈຍ ຊຸກຍູ້ການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ