ເວ​ທີ​ປາ​ໄສ​ສົ່ງ​ເສີ​ມການ​ດຳ​ເນີນ​ທຸ​ລະ​ກິດ ຫວຽດ​ນາມ - ກູ​ບາ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ເຂົ້າຮ່ວມ ແລະ ເປັນປະທານຮ່ວມ ເວທີປາໄສສົ່ງເສີມການດຳເນີນທຸລະກິດ ຫວຽດນາມ - ກູບາ.
ເວ​ທີ​ປາ​ໄສ​ສົ່ງ​ເສີ​ມການ​ດຳ​ເນີນ​ທຸ​ລະ​ກິດ ຫວຽດ​ນາມ - ກູ​ບາ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ກ່າວຄຳເຫັນທີ່ເວທີປາໄສ

ກ່າວຄຳເຫັນໄຂເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ, ເຖິງວ່າ ສອງປະເທດ ລ້ວນແຕ່ໄດ້ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການກໍ່ຕາມ, ແຕ່ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ ໄດ້ກໍ່ສ້າງ ແລະ ຫຼໍ່ຫຼອມຜ່ານຫຼາຍລຸ້ນຄົນ, ການພົວພັນຮ່ວມມື ຫວຽດນາມ - ກູບາ ຍັງຮັກສາໄດ້ທ່າພັດທະນາໃນທຸກຂົງເຂດ. ທ່ານ ເລມິງຄ໊າຍໃຫ້ຮູ້ວ່າ:

        ເວທີປາໄສສົ່ງເສີມການດຳເນີນທຸລະກິດ ຫວຽດນາມ - ກູບາ ໃນມື້ນີ້ແມນເຫດການສຳຄັນເພື່ອໃຫ້ເພື່ອນມິດກູບາ ແນະນຳໄປຍັງປະຊາຄົມວິສາຫະກິດ ຫວຽດນາມ ຢ່າງກ້ວາງຂວາງ ກ່ຽວກັບກາລະໂອກາດຮ່ວມມືລົງທຶນ, ແຜນນະໂຍບາຍ ແລະ ນະໂຍບາຍດຶງດູດເງິນລົງທຶນຈາກຕ່າງປະເທດຢູ່ກູບາ, ໃນນັ້ນ ເຂດພັດທະນາພິເສດ Mariel ກໍ່ຄືເຕື້ອງເຖິງບັນດາກາລະໂອກາດຮ່ວມມືດຳເນີນທຸລະກິດ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ອົງການ, ບັນດາວິສາຫະກິດ ພາກລັດ ແລະ ພາກເອກະຊົນຂອງ ຫວຽດນາມ ໃນມື້ນີ້, ສອງຝ່າຍຈະພ້ອມກັນແລກປ່ຽນຢ່າງຕັ້ງໜ້າ ແລະ ສ້າງບັນດາກາລະໂອກາດຮ່ວມມືລົງທຶນດຳເນີນທຸລະກິດໃໝ່, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າການລົງທຶນ ຫວຽດນາມ - ກູບາ ໃຫ້ຫຼາຍກ່ວາອີກ.

        ສ່ວນທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ໄດ້ກ່າວວ່ານັບແຕ່ເວລາ ມາຮອດ ຫວຽດນາມ, ທ່ານຮູ້ສຶກຢ່າງເລິກເຊິ່ງແລະ ຜ່ານບັນດາການເຈລະຈາ, ພົບປະ ກັບບັນດາການນຳຂັ້ນຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ສະແດງໃຫ້ເຫັນວ່າ ຫວຽດນາມ ບັນລຸໄດ້ຜົນສຳເລັດດ້ານເສດຖະກິດສັງຄົມຫຼາຍຢ່າງ ພາຍໃຕ້ການຊີ້ນຳອັນສະຫາດສ່ອງໄສຂອງພັກກອມມູນິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ