ເວທີປາໄສສົ່ງເສີມການລົງທຶນເຂົ້າເຂດເສດຖະກິດງີເຊີນແລະເຂດໃກ້ຄຽງ

ເວທີປາໄສສົ່ງເສີມການລົງທຶນເຂົ້າເຂດເສດຖະກິດງີເຊີນແລະເຂດໃກ້ຄຽງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ກ່າວ​ຄຳ​ເຫັນ​ຊີ້​ນຳ​ເວທີ​ປາ​ໄສ
ພາບ:internet


(vovworld)-ວັນ​ທີ 23/10, ຢູ່ ນະຄອນ ​ແທງ​ຮວາ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແທງ​ຮວາ ຈັດ​ຕັ້ງ​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ເສດຖະກິດ ງີ​ເຊີນ ​ແລະ ​ເຂດ​ໃກ້​ຄຽງ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ຫນັກ​ວ່າ: ​ແຂວງ ​ແທງ​ຮວາ ຄວນ​ລະດົມ​ບັນດາ​ແຫ​ລ່ງກຳລັງ​ສັງຄົມ​ເພື່ອ​ລົງ​ທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຢ່າ​ງຄົບ​ຊຸດ, ທັນ​ສະ​ໄຫມ. ​ແຂວງ ​ແທງ​ຮວາ​ ຄວນ​ເພີ່ມ​ທະວີການ​ສົມທົບ​ຜັນ​ຂະຫຍາຍ​ກັນປະຕິບັດ​ບັນດາ​ ແຜນກຳນົດ​ຢ່າງ​ມີ​ປະສິດທິ​ຜົນ, ມີ​ສຽງ​ເວົ້າ​ລວມ​ເພື່ອ​ສືບ​ຕໍ່​ດຶງ​ດູດ​ການ​ລົງທຶນ. ຄຽງ​ຄູ່​ກັນ​ນັ້ນ ​ແຂວງ​ແທງ​ຮວາ ຄວນ​ເອົາ​ໃຈ​ໃສ່​ເຖິງສິ່​ງ​ແວດ​ລ້ອມ ​ແລະ ຮັບປະກັນ​ຊີວິດ​ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ພິ​ເສດ​ຢູ່​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ແຂວງ​ແທງ​ຮວາ, ຍູ້​ແຮງ​ການ​ຮ່ວມ​ມື​ພົວພັນ​ແລ​ກປ່ຽນ​ການຄ້າ​ກັບ​ບັນດ​າ​ເຂດ​ຊາຍ​ແດນ​ຕິດ​ກັບ​ລາວ, ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ພັດທະນາຢ່າງ​ຄົບ​ຊຸດ, ມີປະສິດ​ທິຜົນ, ສ້າງ​ເງື່ອນ​ໄຂ​ພັດທະນາ​ການ​ຄ້າ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ.

ຂ່າວ/ບົດ​ອື່ນ