ເວ​ທີ​ປາ​ໄສສັນ​ຕິ​ພາບ ປາ​ຣີ ຄັ້ງ​ທີ 5: “ຜ່ານ​ຜ່າ​ບັນ​ດາ​ວິ​ກິດ​ການ”

(VOVWORLD) - ເວທີປາໄສສັນຕິພາບ ປາຣີ ຄັ້ງທີ 5 ປີ 2022 ໄດ້ສຸມໃສ່ປຶກສາຫາລືບັນດາບັນຫາຄື: ການຈຳກັດບັນດາຜົນຮ້າຍໂດຍກົງ ຈາກການປະທະກັນຄັ້ງຕ່າງໆ ສຳລັບຊາວລົບໄພ, ການຄ້ຳປະກັນທັນຍາຫານ ແລະ ພະລັງງານ ກໍ່ຄືການເພີ່ມຂຶ້ນເງິນໜີ້ສິນ....
ເວ​ທີ​ປາ​ໄສສັນ​ຕິ​ພາບ ປາ​ຣີ ຄັ້ງ​ທີ 5: “ຜ່ານ​ຜ່າ​ບັນ​ດາ​ວິ​ກິດ​ການ” - ảnh 1

 (ພາບ:TTXVN)

   ໃນລະຫວ່າງວັນທີ 11-12 ພະຈິກ, ເວທີປາໄສສັນຕິພາບ ປາຣີ ຄັ້ງທີ 5 ດ້ວຍຫົວຂໍ້: “ຜ່ານຜ່າບັນດາວິກິດການ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ປາຣີ ໂດຍມີການເຂົ້າຮ່ວມຂອງປະທານາທິບໍດີ ຝະລັ່ງ Emmanuel Macron, ເຈົ້າຍິງ Rania ຂອງຈໍແດນ, ປະທານນາທິບໍດີ ອັກຊັງຕິນ Alberto Fernandez ແລະ ປະທານນາທິບໍດີ Colombia Gustavo Petro. ເວທີປາໄສສັນຕິພາບ ປາຣີ ຄັ້ງທີ 5 ຍັງໄດ້ເຕົ້າໂຮມຜູ້ຕາງໜ້າ 4000 ທ່ານມາຈາກບັນດາປະເທດ, ອົງການຈັດຕັ້ງສາກົນ, ບໍລິສັດ, ທະນາຄານພັດທະນາ, ກອງທຶນການເງິນ, ອົງການບໍ່ຂຶ້ນກັບລັດຖະບານ ແລະ ອົງການຈັດຕັ້ງສັງຄົມພົນລະເຮືອນມາຈາກທຸກພາກເພື້ນໃນທົ່ວໂລກ.

ເວທີປາໄສສັນຕິພາບ ປາຣີ ຄັ້ງທີ 5 ປີ 2022 ໄດ້ສຸມໃສ່ປຶກສາຫາລືບັນດາບັນຫາຄື: ການຈຳກັດບັນດາຜົນຮ້າຍໂດຍກົງ ຈາກການປະທະກັນຄັ້ງຕ່າງໆ ສຳລັບຊາວລົບໄພ, ການຄ້ຳປະກັນທັນຍາຫານ ແລະ ພະລັງງານ ກໍ່ຄືການເພີ່ມຂຶ້ນເງິນໜີ້ສິນ; ຫລຸດຜ່ອນສະພາບແຕກແຫງບັນດາການພົວພັນໃນໂລກໃນລະດັບຕ່ຳສຸດ ໂດຍເລີ່ມຈາກລັດທິອາລັກຂາວັກຊິນ ຫຼືການຂັດແຍ້ງກ່ຽວກັບຄວາມຮັບຜິດຊອບດ້ານການປ່ຽນແປງຂອງດິນຟ້າອາກາດ; ຊຸກຍູ້ການປະຕິຮູບບັນດາລະບອບລະບຽບການຫຼາຍຝ່າຍ ແລະ ບາງບັນຫາອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ