ເວທີປາໄສສັນຕິພາບ ສ.ເກົາຫຼີ - ແມ່ຂອງ 2018

(VOVWORLD) - ວັນທີ 10 ພຶດສະພາ, ທີ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງເໜືອ, ສັງກັດສະຖາບັນມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ໄດ້ສົມທົບກັບສະພາຕາເວັນຕົກອາຊີຕາເວັນອອກສ່ຽງໃຕ້ ສັງກັດສະພາທີ່ປຶກສັນຕິພາບປະຊາທິປະໄຕ ສ.ເກົາຫຼີ,

ຈັດຕັ້ງເວທີປາໄສສັນຕິພາບ ສ.ເກົາຫຼີ - ແມ່ຂອງ 2018 ດ້ວຍຫົວຂໍ້ວ່າ “ສັນຕິພາບ,ເອກະພາບໃນແຫຼມ ເກົາຫຼີ ແລະ ການຮ່ວມມືລະຫວ່າງ ສ.ເກົາຫຼີ - ແມ່ຂອງ”. ເຂົ້າຮ່ວມເວທີປາໄສມີບັນດານັກວິທະຍາສາດ, ນັກຊ່ຽວຊານ, ນັກການເມືອງທີ່ມາຈາກສະຖາບັນມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ແລະ ບັນດາສະຖາບັນຄົ້ນຄວ້າ ສ.ເກົາຫຼີ, ບັນດາຜູ້ແທນທີ່ມາຈາກ ປະເທດ ລາວ, ກຳປູເຈຍ, ໄທ, ມຽນມາ.

        ກ່າວຄຳເຫັນໄຂເວທີປາໄສ, ທ່ານຮອງສາດສະດາຈານ, ປະລິນຍາເອກ ຟ້າມຮົ່ງທ໋າຍ ຫົວໜ້າສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງເໜືອ ເນັ້ນໜັກວ່າ ເວທີປາໄສສັນຕິພາບ ສ.ເກົາຫຼີ - ແມ່ຂອງແມ່ນການສືບທອດບັນດາຜົນງານທີ່ບັນລຸໄດ້ຂອງ 2 ເວທີປາໄສເພື່ອສັນຕິພາບ ສ.ເກົາຫຼີ - ຫວຽດນາມ ທີ່ໄດ້ຈັດຕັ້ງເມື່ອປີ 2015 ແລະ ປີ 2016. ພ້ອມກັນນັ້ນ ເວທີປາໄສຄັ້ງນີ້ ກໍ່ເປີດກ້ວາງຂອບຂະໜາດການປຶກສາຫາລື ແນໃສ່ເຊື່ອມຕໍ່ການເຂົ້າຮ່ວມຂອງບັນດາຜູ້ແທນທີ່ມາຈາກບັນດາປະເທດໃນພາກພື້ນແມ່ນ້ຳຂອງ ດ້ວຍເປົ້າໝາຍແມ່ນເພີ່ມທະວີການຮ່ວມມືລະຫວ່າງ ສ.ເກົາຫຼີ  ກັບ ຫວຽດນາມ ກໍ່ຄືກັບບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ ເພື່ອການພັດທະນາສັນຕິພາບ ແລະ ວັດທະນາຖາວອນລວມ

        ສ່ວນທ່ານ Kim Jeong In ປະທານສະພາທີ່ປຶກສາປະຊາທິປະໄຕ,ສັນຕິພາບ,ເອກະພາບ ສ.ເກົາຫຼີ ພາກພື້ນຕາເວັນຕົກອາຊີຕາເວັນອອກສ່ຽງໃຕ້ ປາດຖະໜາຢາກໄດ້ຮັບຟັງບັນດາບົດຮຽນຂອງ ຫວຽດນາມ ໃນການທ້ອນໂຮມປະເທດຊາດເປັນເອກະພາບ, ຄວາມປອງດອງຊາດ ແລະ ບັນລຸໄດ້ຜົນງານໃນການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ