ເວທີປາໄສສະພາບການທະນາຄານ 2018: ມຸ່ງໄປເຖິງການພັດທະນາແບບຍືນຍົງ

(VOVWORLD) - ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື ແລະ ທົບທວນຄືນບັນດາຜົນງານໃນການບໍລິຫານນະໂຍບາຍເງິນຕາຂອງທະນາຄານແຫ່ງລັດ ປະກອບສ່ວນຄວບຄຸມໄພເງິນເຟີ້
ເວທີປາໄສສະພາບການທະນາຄານ 2018: ມຸ່ງໄປເຖິງການພັດທະນາແບບຍືນຍົງ - ảnh 1 ເວທີປາໄສຈັດຕັ້ງຢູ່ຮ່າໂນ້ຍ ໃນວັນທີ 8 ພຶດສະພາ

ຕອນເຊົ້າວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ໜັງສືພິມເສດຖະກິດ ໄຊງ່ອນ ໄດ້ຈັດຕັ້ງເວທີປາໄສສະພາບການທະນາຄານດ້ວຍຫົວຂໍ້ວ່າ: ທະນາຄານ 2018: ມຸ່ງໄປເຖິງການພັດທະນາແບບຍືນຍົງ”. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື ແລະ ທົບທວນຄືນບັນດາຜົນງານໃນການບໍລິຫານນະໂຍບາຍເງິນຕາຂອງທະນາຄານແຫ່ງລັດ ປະກອບສ່ວນຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຊຸກຍູ້ທ່າເຕີບໂຕ ແລະ ບັນດາໝາກຜົນສຳຄັນໃນການເຄື່ອນໄຫວສ້າງໂຄງປະກອບທະນາຄານ ແລະ ແກ້ໄຂໜີ້ເສຍ, ພິເສດ, ພາຍຫຼັງທີ່ສະພາແຫ່ງຊາດຊຸດທີ 14 ຮັບຮອງເອົາກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ ແລະ ມະຕິເລກທີ 42 ກ່ຽວກັບການທົດລອງແກ້ໄຂໜີ້ເສຍ… ທ່ານຮອງຜູ້ວ່າການທະນາຄານແຫ່ງລັດ ຫງວຽນກິມແອງ ໃຫ້ຮູ້ວ່າ:

        “ຜ່ານການກຳແໜ້ນສະພາບການຕົວຈິງ ແລະ ທ່າອ່ຽງໃນໂລກ, ທະນາຄານແຫ່ງລັດ ເຫັນວ່າ ເພື່ອຮັບມື ແລະ ເປັນເຈົ້າການເຂົ້າຮ່ວມໃນການປະຕິວັດອຸດສາຫະກຳ 4.0 ບັນດາທະນາຄານ ຫວຽດນາມ ຄວນໝູນໃຊ້ບັນດາເຕັກໂນໂລຢີ ເພື່ອພັດທະນາຕາມຮູບແບບທະນາຄານດີຈີຕອນ ເພື່ອແນໃສ່ເພີ່ມກຳລັງຄວາມສາມາດແກ່ງແຍ້ງ, ສະໜອງບັນດາຜະລິດຕະພັນບໍລິການ, ມາດຕະການທະນາຄານການເງິນ ບົນພື້ນຖານການດຳເນີນທຸລະກິດດີຈີຕອນ, ຢູ່ທຸກບ່ອນ, ທຸກເວລາ”

ຕອບກັບ

ຂ່າວ/ບົດ​ອື່ນ