ເວທີປາໄສ“ຫວຽດນາມ, ມັງກອນໃໝ່ຢູ່ອາຊີ”ຢູ່ສະພາສູງຝລັ່ງ

ເວທີປາໄສ“ຫວຽດນາມ, ມັງກອນໃໝ່ຢູ່ອາຊີ”ຢູ່ສະພາສູງຝລັ່ງ - ảnh 1
(ທ່ານ​ນາງ ຫງວຽນ​ກີນ​ແອງ, ທີ່​ປຶກ​ສາ​ດ້າ​ນ​ການ​ຄ້າ​
ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ)

(vovworld) - ວັນ​ທີ 25/03, ກະ​ຊວງ​ອຸດ​ສາ​ຫະ​ກຳ​ກາ​ນ​ຄ​້າ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ ໄດ້​ສົມ​ທົບ​ກັ​ບ​ສະ​ພາ​ສູງ​ຝ​ລັ່ງ ແລະ ອົງ​ການ​ສົ່ງ​ເສີມ​​ດ້ານກາ​ນ​ຄ້າ ແລະ ການ​ລົງ​ທຶນ​ຂອງ​ຝ​ລັ່ງ ຈັດ​ຕັ້ງ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ “ຫວຽດ​ນາມ, ມັງ​ກອນ​ໃໝ່​​ຢູ່​ອາ​ຊີ” ພ້ອມ​ກັບ​ບັນ​ດາ​ກອງ​ປະ​ຊຸມ​ໂຕະມົນລົງ​ເລິກ ແລະ ລາຍ​ການ​ໂຄ​ສະ​ນາຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ ຢູ່​ສະ​ພາ​ສູງ​ຝ​ລັ່ງ. ທ່ານ ຫວູ​ຮຸຍ​ຮ່​ວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸ​ດສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ເປັນ​ປ​ະ​ທານ​ຮ່ວມ.

        ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດ​ນາມ, ມັງ​ກອນ​​​ໃໝ່ຢູ່​ອາ​ຊີ”, ເວ​ທີ​ປາ​ໄສ​ໄດ້​ສຸມ​ໃສ່​ເຂົ້າ​ໃນ 2 ຂົງ​ເຂດ​ຕົ້ນ​ຕໍແມ່ນ: ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ເຊິ່ງ​ຈຸ​ດ​ສຸມ​ແມ່ນ​ການ​ຮ່ວມ​ມື​ດ້າ​ນ​ພະ​ລັງ​ງານ ແລະ ສົ່ງ​ເສີມ​ກາ​ນ​ຄ້າ ບັນ​ດາ​​ສິນ​ຄ້າຜະ​ລິດ​ຕະ​ພັນ​ກະ​ເສດຂອງ​ຫວຽດ​ນາມ, ພິ​ເສດ​ແມ່ນ​ເຂົ້າ​ສານ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ເວ​ທີ​ປາ​ໄສ​​​ເສ​ດຖະ​ກິດກ່ຽວ​ກັບ​ຫວຽດ​ນາມ ໄດ້​ຮັບ​ການ​ຈັດ​ຕັ້ງ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ສະ​ພາ​ສູງ​ຝ​ລັ່ງ. ທ່ານ​ນາງ ຫງວຽນ​ກີນ​ແອງ, ທີ່​ປຶກ​ສາ​ດ້າ​ນ​ການ​ຄ້າ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ ໃຫ້​ຮູ​ວ່າ.

        “ການ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ຢູ່​ຝ​ລັ່ງ ຄັ້ງ​ນ​ີ້​ແມ່ນ​ບາດ​ກ້າວ​ຖັດ​ຈາກ​ບັນ​ດາ​ເຫດ​ການ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ລະ​ຫວ່າງ​ຫວຽດ​ນາມ - ຝ​ລັ່ງ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ລະ​ຫວ່າງ 2 ປະ​ເທດ​ໃນປີ 2015. ເລື​່ອງ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ຄັ້ງ​ນ​ີ້​ແມ່ນ​ເລີ່ມ​ມາ​ຈາກ​ຄວາມ​ຕ້ອງ​ການ​ຂອງວິ​ສາ​ຫະ​ກິດ​ທັງ 2 ຝ່າຍ​ຫວຽດ​ນາມ ແລະ ຝ​ລັ່ງ, ເພື່ອ​ແນ​ໃສ່​ແຈ້ງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ຕະ​ຫຼ​າດ, ຮີດ​ຄອງ​ປະ​ເພ​ນີ​ດຳ​ເນີນ​ທຸ​ລະ​ກິດ, ເຮັດ​ແນວ​ໃດ​ເພື່ອ​ເປີດກວ້າງ​ເຄືອ​ຂ່າຍ​​ການເຊື່ອ​ມ​ຕໍ່​ວິ​ສາ​ຫະ​ກິດ​ລະ​ຫວ່າງ​ຫວຽດ​ນາມ ກັບ​ຝ​ລັ່ງ. ຕໍ່​​ຈາກນັ້ນພວກ​ຂ້າ​ພະ​ເຈົ້າ​​ກໍລໍ​ຖາ​ວ່າ ຈະກຳ​ນົດ​ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກ​ິດ​ໃໝ່​ໂດຍ​ສັນ​ຍາ​ຫວຽດ​ນາມ ແລະ ອີ​ຢູ ນຳ​ມາ​ໃຫ້.”

        ໃນ​ຂອບ​ເຂດ​ເຫດ​ການນີ້, ການ​ນຳ 2 ຝ່າຍ​ກໍ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ໜູນ​ຊ່ວຍ​ລະ​ຫວ່າງ​ກົມ​ສົ່ງ​ເສີມ​ການ​ຄ້າ​ຫວຽດ​ນາມ ແລະ ອົງ​ການ​ການ​ຄ້າ​ຝ​ລັ່ງ.

ຂ່າວ/ບົດ​ອື່ນ